ໜ່ວຍກູ້ໄພຈີນຊ່ວຍຜູ້ລອດຊີວິດໄດ້ອີກ 9 ຄົນ ທຸກຄົນໄດ້ຢູ່ໃນທີ່ທີ່ປອດໄພແລ້ວ

ເມື່ອຕອນແລງຂອງວັນທີ 27 ກໍລະກົດ 2018 ມີລາຍງານຈາກຈຸດເກີດເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງ ສະໜາມໄຊ ແຂວງ ອັດຕະປື ໃຫ້ຮູ້ວ່າ ທີມກູ້ໄພຈາກຈີນ ສາມາດຊ່ວຍຜູ້ລອດຊີວິດຈາກເຫດເຂື່ອນແຕກໄດ້ 9 ຄົນ ແລະ ນຳສົ່ງທັງ 9 ຄົນໄປໄວ້ໃນຈຸດທີ່ປອດໄພແລ້ວ

ຊ່ຽວຊານຈີນ ຫນ່ວຍກູ້ໄພທະຫານຂອງຈີນ ເດີນທາງເຂົ້າມາຊ່ວຍເຫຼືອລາວ ໃນວັນທີ 25 ກໍລະກົດ 2018 ທີ່ຜ່ານມາ ໃຊ້ເວລາເດີນທາງຈາກນະຄອນຫຼວງວຽງຈັນ ຮອດ ຈຸດເກີດເຫດ ແຂວງ ອັດຕະປື 30 ຊົ່ວໂມງ ໂດຍບໍ່ມີການພັກຜ່ອນເມື່ອຮອດຈຸດໝາຍກໍ່ອອກປະຕິບັດໜ້າທີ່ທັນທີ ທາງທີມງານໜ່ວຍກູ້ໄພຈີນໄດ້ມີການວາງແຜນຊ່ວຍເຫຼືອໃນພາລະກິດຄົ້ນຫາຜູ້ປະສົບໄພທີ່ສູນຫາຍ ແລະ ຄາດວ່າຈະຕິດຢູ່ຈຸດໃດຈຸດໜຶ່ງຂອງພື້ນທີ່ ເຊິ່ງໃນຕອນແລງຂອງວັນທີ 27 ກໍລະກົດ 2018 ກໍ່ມີລາຍງານວ່າທາງທີມກູ້ໄພຈີນ ພົບຜູ້ລອດຊີວິດ 9 ຄົນ ແຕ່ບໍ່ໄດ້ລະບຸລາຍລະອຽດຊັດເຈນ.

 

ແຫລ່ງຂ່າວ: lee xing ping ແລະ ຂົງເບັ້ງ ແດນຈຳປາ