spot_img
Homeຂ່າວຕ່າງປະເທດໜຸ່ມສັນລະຍະກຳທັງຕົວໃຫ້ເປັນຕຸ໊ກກະຕາເຄນເສັຍຊີວິດລົງແລ້ວ

ໜຸ່ມສັນລະຍະກຳທັງຕົວໃຫ້ເປັນຕຸ໊ກກະຕາເຄນເສັຍຊີວິດລົງແລ້ວ

Published on

218630

ເວັບ​ໄຊ Floridanewstime ໄດ້​ລາຍ​ງານ​ຂ່າວ​ການ​ເສຍຊີວິດ​ຂອງ​ໜຸ່ມ ເຊນ​ໂຊ ຊານ​ເຕ​ບາ​ເນດ ຊາ​ວ​ບາ​ຊິນຊຶ່ງ​ເປັນ​ໜຸ່ມ​ທີ່​ມີ​ຄວາມ​ຝັນ​ຢາກ​ຈະ​ເປັນ​ຄືຕຸ໊​ກກະ​ຕາ​ເຄນແຟນ​ຂອງ​ຕຸ໊​ກະ​ຕາ​ບາລ໌​ບີ້ ແລະ​ເຂົາ​ກໍ​ສາມາດ​ປ່ຽນ​ແປງ​ຕົວ​ເອງ​ດ້ວຍ​ການເຮັດ​ສັນຍະ​ກຳ​ແທບ​ຈະ​ເກືອບ​ທັງ​ຕົວ​ມາ​ຕັ້ງ​ແຕ່​ອາ​ຍຸ 16 ກ່ອນ​ທີ່​ເຂົາ​ຈະ​ມາ​ຈົບ​ຊີວິດ​ລົງ​ໃນ​ອາຍຸ​ພຽງ 20 ປີຫລັງ​ຕໍ່ສູ້​ກັບ​ພະຍາດ​ມະ​ເລັງ​ເມັດ​ເລືອດ​ຂາວ​ຫລື​ລູ​ຄີ​ເມຍມາ​ເປັນໄ​ລ​ຍະ​ເວລາ​ກວ່າ 5 ເດືອນ
ເຊນ​ໂຊ ທີ່​ເລີ່ມ​ລົງ​ມື​ກໍ່ການ​ສັນຍະຍກຳ​ປ່ຽນ​ແປງ​ຕົວ​ເອງ​ໃຫ້​ຄື​ຕຸ໊​ກກະ​ຕາ​ເຄນຕາມ​ຄວາມ​ຝັນ​ຂອງ​ເຂົາ​ຕັ້ງ​ແຕ່​ອາ​ຍຸ 16 ປີຫລັງ​ຈາກ​ທີ່​ເຂົາ​ຊະນະ​ການ​ປະ​ກວດ​ເຂົ້າ​ສູ່​ວົງ​ການ​ນາຍ​ແບບແລະ​ນຳ​ເງີນ​ລາງ​ວັນ​ໃນ​ຕອນ​ນັ້ນ​ເພື່ອ​ມາ​ແປງ​ໂສມ​ຕົວ​ເອງ​ໃຫ້​ຄື​ຕຸ໊​ກກະຕາ​ເຄນ​ຫລາຍ​ທີ່​ສຸດແລະ​ເຂົາ​ກໍ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການເຮັດ​ຕາມ​ຄວາມ​ຝັນເພາະ​ທັງ​ຄອບຄົວແລະ​ເຫລົ່າ​ຄົນ​ບັນ​ເທີງ​ກໍ​ມັກ​ຈະ​ເວົ້າ​ກັບ​ເຂົາ​ສະເໝີ​ວ່າ ເຂົາ​ເປັນ​ຕຸ໊​ກກະ​ຕາ​ເຄນ​ໃນ​ຮ່າງ​ມະນຸດ​ທີ່​ຄື​ທີ່ສຸດ  ຊຶ່ງ​ເຊນ​ໂຊ​ໃຊ້​ເວລາ 4 ປີ ຕັ້ງ​ແຕ່​ອາ​ຍຸ 16 ໃນ​ການເຮັດ​ສັນຍະ​ກຳ​ແລະ​ເບິ່ງແຍງ​ຕົວ​ເອງ​ມາ​ເລື່ອຍ​ໆ ແຕ່​ແລ້ວ​ຂ່າວ​ຮ້າຍ​ກໍ​ມາ​ເກີດ​ຂຶ້ນ​ກັບ​ເຂົາເມື່ອ​ເຂົາ​ມາ​ກວດ​ພົບ​ວ່າ​ພວກເຂົາ​ເປັນ​ມະ​ເຮັງ​ຂະນະ​ທີ່​ກຳ​ລັງ​ສີດ​ສານ​ເຕີມ​ເຕັມ​ຟິນ​ເລີ​ເຂົ້າ​ທີ່​ຕົ້ນ​ຂາແລະ​ມາ​ຮັບ​ຮູ້​ອີກວ່າ​ເຂົາ​ນັ້ນ​ກຳ​ລັງ​ເປັນ​ປ່ວຍ​ເປັນ​ພະຍາດ​ມະ​ເຮັງ​ເມັດ​ເລືອດ​ຂາວຊຶ່ງ​ເຂົາ​ໃຊ້​​​ເວລາ​ກວ່າ 5 ເດືອນ​ໃນ​ການ​ຕໍ່ສູ້​ພະຍາດ​ຮ້າຍກ່ອນ​ທີ່​ເຂົາ​ຈະ​ເສຍຊີວິດ​ລົງ​ທີ່​ໂຮງໝໍ​ມະຫາ​ວິທະຍາ​ໄລ​ອູ​ເບີລ໌​ແລນ​ເດຍ

ຊຶ່ງ​ກ່ອນເຂົາ​ເສຍຊີວິດ​ນັ້ນເຂົາ​ໄດ້​ກ່າວ​ວ່າເຂົາ​ບໍ່​ໄດ້​ຮູ້ສຶກ​ເສົ້າ​ທີ່​ຊີວິດ​ເຂົາ​ມັນ​ສັ້ນ​ຊຶ່ງ​ເຂົາ​ຮູ້ສຶກ​ດີ​ໃຈ​ທີ່​ກ່ອນ​ທີ່​ເຂົາ​ຈະ​ຕາຍເຂົາ​ສາມາດ​ເຮັດ​ຄວາມ​ຝັນ​ທີ່​ຢາກ​ຈະ​ເປັນ​ຄື​ຕຸ໊​ກະ​ຕາ​ເຄນ​ໄດ້​ສຳ​ເລັດ​ແລ້ວ

218631

218632

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...