spot_img
Homeຂ່າວຕ່າງປະເທດໜຸ່ມຈີນ ຮັກໝັ້ນຄົງ ຂາຍລົດ, ຂາຍວັດຖຸມີຄ່າ ເພື່ອເອົາມາຮັກສາພັນລະຍາ ທີ່ເປັນອຳມະພາດ

ໜຸ່ມຈີນ ຮັກໝັ້ນຄົງ ຂາຍລົດ, ຂາຍວັດຖຸມີຄ່າ ເພື່ອເອົາມາຮັກສາພັນລະຍາ ທີ່ເປັນອຳມະພາດ

Published on

ອີງຕາມການລາຍງານຂອງສຳນັກຂ່າວຈີນ ເມື່ອວັນທີ 16 ພະຈິກຜ່ານມາວ່າ ຫ້ອງນອນຫຼັງໜຶ່ງໃນເມືອງຊີອານ ມົນທົນສ່ານຊີ ເປີດໄຟສະຫວ່າງໄວ້ຕະຫຼອດ 10 ປີ ເພາະຜູ້ຊາຍຄົນໜຶ່ງຮັກດ້ວຍຄວາມໝັ້ນຄົງ ຊື່ວ່າ ເກີ໋ຈ້ຽນຫົວ ລາວເປີດປະໄວ້ໃຫ້ພັນລະຍາ ທີ່ເປັນອຳມະພາດ ເຊິ່ງເຂົາເຝົ້າເບິ່ງ ແລະທະໜຸຖະໜອມມາຕະຫຼອດໄລຍະຫຼາຍປີແລ້ວ ເພາະເຂົາເອງກໍບໍ່ສາມາດຢູ່ ແລະເວົ້ານຳໄດ້ຕະຫຼອດເວລາ ຈຶ່ງໄດ້ແຕ່ເປີດໄຟ, ເປີດໂທລະພາບ ໄວ້ເພື່ອກະຕຸ້ນສຳຜັດຂອງລາວ

ຕາມການລາຍງານບອກວ່າ ເມື່ອເດືອນທັນວາ ປີ 2016 ພັນລະຍາ ອາຍຸ 34 ປີ ໄດ້ປະສົບອຸປະຕິເຫດ ຕົກລົງມາຈາກລະບຽງຊັ້ນສູງ ເຮັດໃຫ້ຫົວກະແທກພື້ນ ອາການໜັກສົມຄວນ,  ເມື່ອມາເຫັນສະພາບພັນລະຍາ ທີ່ນອນຢູ່ກັບພື້ນ ກໍກັ້ນນໍ້າຕາບໍ່ຢູ່ ລາວຮ້ອງໄຫ້ຢ່າງໜັກ

ຈາກນັ້ນ ລາວໄດ້ສົ່ງພັນລະຍາເຂົ້າຮັກສາຢູ່ຫ້ອງໄອຊີຢູ ຮອດ 7 ເດືອນ, ແຕ່ແພດໄດ້ບອກວ່າ ບໍ່ມີຫວັງ ທີ່ຈະຍ່າງໄດ້ອີກຕໍ່ໄປ ເຊິ່ງລາວໄດ້ເປັນອຳມະພາດ ໃນອະນາຄົດຈະມີພະຍາດແຊກຊ້ອນຫຼາຍຢ່າງ, ເຊິ່ງຫຼັງຈາກຢູ່ໂຮງໝໍໄດ້ 1 ປີລາວໄດ້ຕັດສິນໃຈ ພາພັນລະຍາກັບມາຢູ່ບ້ານ, ລາວໄດ້ດູແລເປັນຢ່າງດີນັບຈາກນັ້ນມາ

ລາວເອງກໍເປັນນັກທຸລະກິດຄົນໜຶ່ງ ທີ່ປະສົບຄວາມສຳເລັດ ທີ່ມີສ່ວນຮ່ວມໃນໂຄງການດ້ານອະສັງຫາລິມະຊັບ ຫຼາຍໂຄງການ, ຊີວິດມີພ້ອມ ທັງເຮືອນ, ລົດຫຼາຍຄັນ, ວັດຖຸມີຄ່າຫຼາຍຢ່າງ ແຕ່ລາວກໍຕັດສິນໃຈ ຂາຍຊັບສິນເກືອບທຸກຢ່າງ ພ້ອມເອົາເງິນທີ່ເກັບໄວ້ນັ້ນ ຈຳນວນ 1​ ລ້ານຢວນ ເພື່ອເອົາໄປຮັກສາພັນລະຍາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...