spot_img
Homeເກັບຕົກ-ເລື່ອງແປກໜຸ່ມກາງຄົນຊາວໄຕ້ຫວັນ ຕັດຜົມຊົງ ກ່ອງສີ່ຫຼ່ຽມ ຫວັງມັດໃຈສາວໄວລຸ້ນ

ໜຸ່ມກາງຄົນຊາວໄຕ້ຫວັນ ຕັດຜົມຊົງ ກ່ອງສີ່ຫຼ່ຽມ ຫວັງມັດໃຈສາວໄວລຸ້ນ

Published on

557000007783601
ໜຸ່ມ ອູ່ ຕັດຜົມຊົງ ” ຫຼໍ່ມາຍຄຣາຟ ” ຫວັງມັດໃຈສາວໄວລຸ້ນ

 

ຂ່າວຈາກສື່ອອນລາຍຂອງຈີນ ລາຍງານເມື່ອວັນທີ 3 ກໍລະກົດນີ້ວ່າ ໜຸ່ມໄວກາງຄົນ ອາຍຸ 54 ປີ ຊາວໄຕ້ຫວັນຜູ້ນີ້ ເຊິ່ງ

ມີສົມມຸດນາມວ່າ ອູ່ ເປັນເຈົ້າໜ້າທີ່ຫ້ອງທົດລອງ ຂອງໂຮງໝໍມະຫາວິທະຍາໄລໄຕ້ຫວັນ ຕ້ອງການຮຽກຮ້ອງຄວາມ

ສົນໃຈຈາກສາວໆໄວລຸ້ນ ຄົນທີ່ເຂົາເຄີຍຮັກ ແຕ່ບໍ່ເຄີຍສົນໃຈໄຍດີຕໍ່ໂຕເຂົາ.

 

ຂ່າວຍັງລະບຸວ່າ ເຖິງແມ່ນຊາຍ ອູ່ ຈະມີໜ້າທີ່ການງານດີ, ເງິນເດືອນສູງເຖິງ 70,000 ໂດລາໄຕ້ຫວັນ ຫຼື ປະມານ

17 ລ້ານກ່ວາກີບ, ແຕ່ເຂົາຍັງຫາຄູ່ຄອງບໍ່ໄດ້ ຊາຍຄົນດັ່ງກ່າວບອກວ່າ ເຂົາໄດ້ສະຜົມ, ຊອຍ ແລະ ເຊັດຜົມຊົງສີ່ຫຼ່ຽມ

ດັ່ງກ່າວນີ້ ດ້ວຍຄວາມຫວັງໃຫ້ຕົນດູດີທຽບເທົ່າກັບໜຸ່ມໆ ໄວ 20 – 30 ປີ ແລະ ຈະໄປຕື້ສາວໆໄວລຸ້ນ ທີ່ມັກປະຕິເສດ

ຕົນເວລາທີ່ເຂົາຈີບ, ແຕ່ຊາວເນັດທັງຫຼາຍ ຕ່າງສະແດງຄວາມຄິດເຫັນວ່າ ໜຸ່ມຂຶ້ນ ຫຼື ບໍ່ນັ້ນ ບໍ່ແນ່ໃຈ ແຕ່ວ່າທີ່

ແນ່ນອນນັ້ນ ຜົມຊົງນີ້ ຄ້າຍຄືກັນກັບຕົວລະຄອນຊົງກ່ອງສີ່ຫຼ່ຽມ ກະໂດດອອກມາຈາກເກມ ມາຍຄຣາຟ ຈິ່ງພາກັນ

ເອີ້ນຊົງຜົມນີ້ວ່າ ຊົງ  ” ຫຼໍ່ມາຍຄຣາຟ ”

 

557000007783602
ມາຍຄຣາຟ ເປັນເກມຄອມພິວເຕີ ແນວ sandbox ຫຼື Lego ທີ່ເປີດໂອກາດໃຫ້ຜູ້ຫຼິ້ນ ສ້າງສັນເນລະມິດໂຄງສ້າງເພື່ອເຂົ້າໄປຫຼິ້ນພາຍໃນໄດ້.

 

ສຳລັບເຄັດລັບຂອງຜົມຊົງນີ້ ອູ່ ໄດ້ບອກວ່າ ເຂົາໄດ້ໃຊ້ກະປ໋ອງ 2 ໜ່ວຍ ແລ້ວໃຊ້ເຈວແຕ່ງຜົມໃສ່ເຂົ້າໄປ ເລັງສ່ອງ

ກະຈົກຢູ່ດົນເຖິງ 2 ຊົ່ວໂມງ ເຊິ່ງຜົມຊົງນີ້ນັ້ນຢູ່ໄດ້ດົນນານນັບເດືອນ, ແຕ່ກໍຕ້ອງໄດ້ໝັ່ນປັບແຕ່ງຊົງໃນທຸກໆ 15 ວັນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...