spot_img
Homeຂ່າວທ້ອງຖິ່ນໄວ້ອາໄລແດ່ "ສະຫາຍ ນາງ ຍອດ​ແກ້ວມະນີ ສຸພາ​ນຸວົງ"

ໄວ້ອາໄລແດ່ “ສະຫາຍ ນາງ ຍອດ​ແກ້ວມະນີ ສຸພາ​ນຸວົງ”

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ສູນກາງແນວລາວສ້າງຊາດ, ຫ້ອງ​ວ່າການສູນກາງພັກ, ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະ​ທໍາ​ແລະ ທ່ອງ​ທ່ຽວ, ຄະນະ​ຊາ​ປານະ​ກິດ​ສົບ ພ້ອມດ້ວຍຄອບຄົວ ສຸພາ​ນຸວົງ, ຂໍແຈ້ງຂ່າວເສົ້າສະຫຼົດໃຈ ມາຍັງການຈັດຕັ້ງພັກ-ລັດ, ເພື່ອນມິດສະຫາຍ ຍາດຕິພີ່ນ້ອງທີ່ຢູ່ໃກ້ ແລະ ໄກຊາບທົ່ວເຖິງກັນວ່າ: ສະຫາຍ ນາງ ຍອດ​ແກ້ວມະນີ ສຸພາ​ນຸວົງ, ລູກສາວຄີງ ຂອງທ່ານປະທານສຸພານຸວົງ, ອະດີດຮອງ​ຫົວໜ້າ​ຫ້ອງ​ວ່າການສູນກາງພັກ, ອະດີດ​ຮອງ​ປະທານສູນ​ກາງ​ແນວ​ລາວ​ສ້າງ​ຊາດ ສະໄໝທີ X (ບໍ່ປະຈໍາການ), ອະດີດຫົວ ໜ້າພະແນກຄົ້ນຄວ້າຊ່ວຍລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ອະດີດປະທານສະຫະພັນແມ່ຍິງ, ກໍາມະບານ, ເລຂາຊາວໜຸ່ມ ຄອວ. ພາຍຫຼັງ ສະຫາຍ ໄດ້ມີການເຈັບເປັນໄລຍະໜຶ່ງ, ການຈັດຕັ້ງ, ຄອບຄົວ ຍາດພີ່ນ້ອງ, ຄະນະແພດໝໍທັງພາຍໃນ ແລະ ຕ່າງປະເທດໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້, ສະຫາຍ ຈຶ່ງໄດ້ເສຍຊີວິດໃນເວລາ 17:58 ນາທີ ຂອງວັນທີ 29 ກໍລະກົດ 2020 ລວມອາຍຸໄດ້ 74 ປີ.

ເພື່ອຈາລຶກຄຸນງາມຄວາມດີ ຂອງສະຫາຍ ນາງ ຍອດແກ້ວມະນີ ສຸພານຸວົງ ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ, ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ ສະຫາຍ, ເຊິ່ງເປັນໜຶ່ງໃນພະນັກງານປະຕິວັດຂອງພັກ-ລັດ.

ສູນກາງແນວລາວສ້າງຊາດ, ຫ້ອງວ່າການສູນກາງພັກ, ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຕົກລົງໄວ້ອາໄລຢ່າງເປັນທາງການ ເປັນເວລາ 04 ວັນ ນັບແຕ່ວັນທີ 29 ກໍລະກົດ 2020 ເຖິງ ວັນທີ 02 ສິງຫາ 2020 ປັດຈຸບັນສົບຂອງເພິ່ນໄດ້ບຳເພັນກຸສົນໄວ້ຢູ່ທີ່ ສະໂມສອນໃຫຍ່ ສູນກາງແນວລາວສ້າງຊາດ, ສ່ວນວັນຊາປະນາກິດສົບຈະໄດ້ຈັດຂຶ້ນຢ່າງເປັນທາງການໃນ ວັນອາທິດ, ວັນທີ 02 ສິງຫາ 2020 ເວລາ 13:00 ໂມງ ທີ່ວັດເທບນິມິດ (ທາດຝຸ່ນ).

  • ວັນຈັນ, ວັນທີ 03 ສິງຫາ 2020 ເປັນມື້ເກັບອັດຖິ.
  • ວັນອັງຄານ, ວັນທີ 04 ສິງຫາ 2020 ເປັນມື້ຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ ຢູ່​ທີ່​ເຮືອນ​ຂອງ​ເພິ່ນ​ເອງ, ບ້ານສີວິ​ໄລ, ​ເມືອງ​ໄຊ​ທານີ, ນະ​ຄອນ​ຫຼວງ​ວຽງ​ຈັນ.
  • ວັນພຸດ, ວັນທີ 05 ສິງຫາ 2020 ເປັນມື້ຕັກບາດຖວາຍສັງຄະທານ.

ດັ່ງນັ້ນ, ຈຶ່ງແຈ້ງຂ່າວ​ເສົ້າ​ສະ​ຫຼົດ​ໃຈມາຍັງສະມາຊິກພັກ-ພະນັກງານ, ນັກຮົບ, ປະຊາຊົນບັນດາເຜົ່າ, ເພື່ອນມິດສະຫາຍ, ຍາດຕິພີ່ນ້ອງ ທີ່ຢູ່ໃກ້ ແລະໄກຊາບທົ່ວເຖິງກັນ.

 

 ຮຽບຮຽງຂ່າວ:​ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...