spot_img
Homeຂ່າວຕ່າງປະເທດໄຟໄໝ້ຊຸມຊົນໃກ້ທ່າເຮືອ ເມືອງຫລວງຟິລິບປິນ ເສຍຫາຍນັບພັນຫລັງ ປະຊາຊົນ 15,000 ຄົນ ບໍ່ມີທີ່ຢູ່ອາໄສ

ໄຟໄໝ້ຊຸມຊົນໃກ້ທ່າເຮືອ ເມືອງຫລວງຟິລິບປິນ ເສຍຫາຍນັບພັນຫລັງ ປະຊາຊົນ 15,000 ຄົນ ບໍ່ມີທີ່ຢູ່ອາໄສ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກຸມພາຜ່ານມານີ້ວ່າ ເມື່ອຄືນວັນອັງຄານທີ 7 ກຸມພາຜ່ານມາ ໄດ້ເກີດເຫດໄຟໄໝ້ຢ່າງຮຸນແຮງ ໃນເຂດຊຸມຊົນແອອັດ  Parola Compound ໃກ້ກັບທ່າເຮືອຂອງນະຄອນຫລວງມະນີລາ ປະເທດຟິລິບປິນ ສົ່ງຜົນເຮັດໃຫ້ເຮືອນຊານຂອງປະຊາຊົນ ຖືກໄຟໄໝ້ເສຍຫາຍນັບພັນຫລັງ ໂດຍເຈົ້າໜ້າທີ່ໄດ້ລະດົມກຳລັງເຂົ້າມອດໄຟ ສຳເລັດໃນຕອນເຊົ້າຂອງມື້ວັນພຸດຜ່ານມານີ້.

ເຫດໄຟໄໝ້ດັ່ງກ່າວ ໄດ້ເຮັດໃຫ້ປະຊາຊົນປະມານ 15,000 ຄົນ ບໍ່ມີທີ່ຢູ່ອາໄສ, ມີຜູ້ໄດ້ຮັບບາດເຈັບເລັກໜ້ອຍ 7 ຄົນ ແຕ່ບໍ່ມີຜູ້ເສຍຊີວິດ, ນອກຈາກນັ້ນ ຍັງສົ່ງຜົນກະທົບຕໍ່ກັບການຈະລາຈອນໃນເຂດໃກ້ຄຽງ ໂດຍລົດບັນທຸກຂົນສົ່ງສິນຄ້າເຂົ້າ-ອອກທ່າເຮືອ ບໍ່ສາມາດເຄື່ອນຍ້າຍໄດ້ຫລາຍຊົ່ວໂມງ.

NjpUs24nCQKx5e1A7xMAyT86mqGrQ5w2GarOHfA3SUr NjpUs24nCQKx5e1A7xMAyT86mqGrQ5yNL5XL4Qn7R0W

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...