spot_img
Homeຂ່າວການພັດທະນາໄຟຟ້າລາວພະຍາຍາມປັບປຸງຄ່າກະແສໄຟຟ້າໃຫ້ເໝາະສົມທີ່ສຸດ

ໄຟຟ້າລາວພະຍາຍາມປັບປຸງຄ່າກະແສໄຟຟ້າໃຫ້ເໝາະສົມທີ່ສຸດ

Published on

ໃນໂອກາດເຂົ້າຮ່ວມກອງປະຊຸມເປີດກ້ວາງລັດຖະບານປະຈຳສົກປີ 2015-2016 ໃນວັນທີ 14 ທັນວາຜ່ານມານີ້, ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສຳພາດວ່າ: ຄືດັ່ງທີ່ຮູ້ນຳກັນແລ້ວ ທຶນຮອນໃນການກໍ່ສ້າງເຂື່ອນຕ່າງໆນັ້ນແມ່ນເປັນຂອງບໍລິສັດທີ່ມາຈາກຕ່າງປະເທດ ແລະ ສປປ ລາວ ກໍມີຮຸ້ນຢູ່ນຳພຽງເລັກນ້ອຍເທົ່ານັ້ນ, ພາຍຫລັງສິ້ນສຸດການສຳປະທານຈາກຜູ້ລົງທຶນແລ້ວ, ເຂື່ອນໄຟຟ້າເຫລົ່ານັ້ນຈຶ່ງຈະເປັນຂອງລັດຖະບານລາວຢ່າງສົມບູນ, ສຳລັບໄລຍະເວລາໃນການສຳປະທານແມ່ນ 20-30 ປີ, ເມື່ອຮອດຕອນນັ້ນ ລັດຖະບານລາວກໍຈະປັບປຸງຄ່າຊົມໃຊ້ໄຟຟ້າໃຫ້ມີລາຄາຫລຸດລົງຕາມຄວາມ ເໝາະສົມ.

ປັດຈຸບັນບໍລິສັດໄຟຟ້າກໍຄືກະຊວງພະລັງງານ ແລະ ບໍ່ແຮ່ຍັງໄດ້ປັບປຸງຄ່າຊົມໃຊ້ໄຟຟ້າຕື່ມ, ຊຶ່ງແບ່ງອອກເປັນຫລາຍລາຄາສຳລັບຜູ້ຢູ່ອາໃສຄື: ລາຄາເກື້ອກູນ, ລາຄາປະຢັດເປັນຕົ້ນ. ມາຮອດປັດຈຸບັນພວກເຮົາຍັງໄດ້ກະ ກຽມຕິດຕັ້ງພະລັງງານແສງອາທິດຢູ່ເຂດເມືອງນາຊາຍທອງ, ເຂດບ້ານນາບົງ ແລະ ເຂດອື່ນໆໃນທົ່ວປະເທດ, ພ້ອມນີ້ກວດກາ ແລະ ວັດແທກຄວາມແຮງຂອງລົມ ເພື່ອຕິດຕັ້ງພະລັງງານລົມຕື່ມ.

ແຕ່ແນວໃດກໍຕາມ ພະລັງງານທົດແທນເປັນພະລັງງານທີ່ມີລາຄາສູງຂະນະດຽວກັນສະເພາະຢູ່ນະຄອນຫລວງວຽງຈັນກໍໄດ້ມີການສຶກສາ, ສຳຫລວດ ແລະ ກວດກາ ເພື່ອສ້າງພະລັງງານໄຟຟ້າຈາກຂີ້ເຫຍື້ອ, ໂດຍສະເພາະຢູ່ຫລັກ 36, ຊຶ່ງເປັນສະຖານທີ່ບຳບັດ ຂີ້ເຫຍື້ອຂອງນະຄອນຫລວງວຽງຈັນໃຫຍ່ທີ່ສຸດຂອງລາວ, ຊຶ່ງປັດຈຸບັນພວມເລັ່ງກວດກາ ເພື່ອໃຈ້ແຍກເອົາປະເພດໃດທີ່ຈະສາມາດເອົາມາເປັນເຊື້ອເພີງ ແລະ ສາມາດເອົາມາເປັນພະລັງງານໄຟຟ້າໄດ້.
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...