spot_img
Homeຂ່າວທ້ອງຖິ່ນໄຟຟ້າລາວປັບປຸງປ່ຽນດອກໄຟເຍືອງທາງ 5 ເສັ້ນທາງຫຼັກໃນນະ ຄອນຫຼວງວຽງຈັນ.

ໄຟຟ້າລາວປັບປຸງປ່ຽນດອກໄຟເຍືອງທາງ 5 ເສັ້ນທາງຫຼັກໃນນະ ຄອນຫຼວງວຽງຈັນ.

Published on

ລັດວິສາຫະກິດໄຟຟ້າລາວ ຈະຮັບຜິດຊອບ 5 ເສັ້ນທາງຫຼັກຄື: ຖະໜົນໄກສອນພົມວິຫານ (ປະຕູໄຊຫາ ວົງວຽນດອນໜູນ), ຖະໜົນກໍາແພງເມືອງ (ຂົວຮ່ອງແຊງ ຫາ ວົງວຽນໜອງໄຮ), ຖະໜົດທ່າເດື່ອໄລ ຍະ 1 (ວົງວຽນວັດສີເມືອງ ຫາ ວົງວຽນຈີ່ນາຍໂມ້), ຖະໜົນອາຊຽນ 3 ແຍກບ້ານອາກາດຫາຖະ ໜົນ 23 ສິງຫາ ແລະ ໄຟແດງຫຼັກ 6 ຫາ ວົງວຽນໂທລະພາບແຫ່ງຊາດ.

ລັດວິສາຫະກິດໄຟຟ້າລາວ ລາຍງານໃຫ້ຮູ້ວ່າ ໃນວັນທີ 24-25 ກັນຍາ 2020, ພະນັກງານ ວິຊາການ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ລັດວິສາຫະກິດໄຟຟ້າລາວ ສົມທົບກັບ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ປັບປຸງບໍາລຸງຮັກສາ ໄຟອໍານາດ ແລະ ປ່ຽນດອກໄຟທາງ 21 ເສັ້ນ ໃນນະຄອນຫຼວງວຽງຈັນ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ຂອງ ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...