spot_img
Homeຂ່າວຕ່າງປະເທດ"ໄບເດນ" ກຽມເຂົ້າໃກ້ໄຊຊະນະ! ທີມງານທຣໍ້າຍື່ນເລື່ອງຕໍ່ສານໃຫ້ລະງັບການນັບຄະແນນໃນຫຼາຍລັດ

“ໄບເດນ” ກຽມເຂົ້າໃກ້ໄຊຊະນະ! ທີມງານທຣໍ້າຍື່ນເລື່ອງຕໍ່ສານໃຫ້ລະງັບການນັບຄະແນນໃນຫຼາຍລັດ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 4 ພະຈິກ 2020 ວ່າ ຄະແນນຄະນະເລືອກຕັ້ງຢ່າງບໍ່ເປັນທາງການຂອງທ່ານ ໂຈ ໄບເດນ ແລະ ປະທານາທິບໍດີ ໂດນັລ ທຣໍ້າ ຕາມການລາຍງານຂອງສື່ຂ່າວອາເມລິກາຫຼາຍສຳນັກມີຄວາມແຕກຕ່າງກັນເລັກໜ້ອຍ ໂດຍສື່ຂ່າວກຸ່ມໜຶ່ງໃຫ້ທ່ານ ໄບເດນ ມີຄະນະນຳທີ່ 264 ຕໍ່ 214 ແລະ ອີກກຸ່ມໃຫ້ຄະແນນທ່ານໄບເດນ 253 ຕໍ່ 213 ຄະແນນ ເນື່ອງຈາກສື່ບາງສຳນັກຍັງບໍ່ປະກາດຜູ້ຊະນະຢ່າງເປັນທາງການໃຫ້ກັບລັດແອຣິໂຊນາ ເຊິ່ງມີຄະແນນຄະນະຜູ້ເລືອກຕັ້ງ 11 ຄະແນນ.

ມີລາຍງານວ່າ ທີມງານຫາສຽງຂອງປະທານາທິບໍດີໂດນັລ ທຣໍ້າ ຍື່ນຄຳຮ້ອງຕໍ່ສານປະຊາຊົນສູງສຸດໃນນະຄອນຫຼວງວໍຊິງຕັນ ຂໍໃຫ້ລະງັບການນັບຄະແນນທາງໄປສະນີ ທີ່ມີຮອດໜ່ວຍເລືອກຕັ້ງຫຼັງວັນເລອກຕັ້ງ ວັນທີ 3 ພະຈິກ ທີ່ຜ່ານ ໃນລັດເພນຊິລເວເນຍ ຫຼັງຈາກທີ່ສານປະຊາຊົນສູງສຸດຂອງລັດເພນຊິລເວເນຍອະນຸຍາດໃຫ້ນັບຄະແນນຈາກບັດທັງໝົດ ທີ່ມາຮອດພາຍໃນວັນທີ 6 ພະຈິກ ໂດຍບໍ່ມີຂໍ້ຍົກເວັ້ນຄື: “ຕ້ອງປະທັບຕາໄປສະນີພາຍໃນວັນທີ 3 ພະຈິກ”.

ຂະນະດຽວກັນນີ້, ທີມງານຂອງທຣໍ້າ ຍັງໄດ້ຍື່ນຄຳຮ້ອງຕໍ່ສານລັດມິຊິແກນ ຂໍໃຫ້ລະງັບການນັບຄະແນນຈົນກວ່າຄະນະຜູ້ສັງເກດການຈະສາມາດເຂົ້າເຖິງຄົບທຸກໜ່ວຍເລືອກຕັ້ງ. ນອກຈາກນີ້, ຍັງກຽມຂໍນັບຄະແນນໃໝ່ໃນລັດວິສຄອນຊິນ ເນື່ອງຈາກພົບຄວາມຜິດປົກກະຕິຫຼາຍຢ່າງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...