spot_img
Homeຂ່າວຕ່າງປະເທດໄທ-ອິນໂດ-ເກົາຫຼີເໜືອ ອາດຖືກຫ້າມຈັດງານແຂ່ງຂັນກິລາສາກົນຍ້ອນລະເມີດກົດອົງການສານກະຕຸ້ນໂລກ

ໄທ-ອິນໂດ-ເກົາຫຼີເໜືອ ອາດຖືກຫ້າມຈັດງານແຂ່ງຂັນກິລາສາກົນຍ້ອນລະເມີດກົດອົງການສານກະຕຸ້ນໂລກ

Published on

ອົງການຕໍ່ຕ້ານສານກະຕຸ້ນໂລກ (WADA) ໄດ້ຖະແຫຼງຂ່າວໃນທ້າຍອາທິດຜ່ານມາວ່າ ປະເທດໄທບໍ່ປະຕິບັດຕາມບົດບັນຍັດວ່າດ້ວຍສານກະຕຸ້ນຂອງ WADA, ຂະນະທີ່ ອິນໂດເນເຊຍ ແລະເກົາຫຼີເໜືອໄດ້ແຫກກົດຂອງອົງການສານກະຕຸ້ນໂລກ ໂດຍບໍ່ສົ່ງນັກກິລາຂອງຕົນເຂົ້າກວດສານກະຕຸ້ນ ເຊິ່ງທັງສາມປະເທດມີໂອກາດຖືກລົງໂທດໜັກພໍສົມຄວນ.

ທັງສາມປະເທດດັ່ງກ່າວຈະຖືກ WADA ຕັດສິນລົງໂທດ ດ້ວຍການຫ້າມເປັນເຈົ້າພາບຈັດງານແຂ່ງຂັນກິລາລະດັບຊາດ, ທະວີບ ແລະລະດັບໂລກໃນທຸກລາຍການ ພ້ອມກັນນັ້ນ ຄະນະກຳມະການກິລາຂອງສາມປະເທດກໍຍັງຖືກປົດຕຳແໜ່ງອອກຈາກຄະນະກຳມະການຂອງ WADA ຊົ່ວຄາວຢ່າງໜ້ອຍ 1 ປີ ຫຼື ຈົນກວ່າຈະມີຄຳສັ່ງຄືນຕຳແໜ່ງ.

ຢ່າງໃດກໍຕາມ, ນັກກິລາທັງສາມປະເທດຍັງສາມາດເຂົ້າແຂ່ງຂັນລະດັບໂລກໄດ້ ໂດຍຈະບໍ່ສາມາດນຳໃຊ້ທຸງຊາດໃນນາມຕົວແທນຂອງປະເທດຫາກລາຍການແຂ່ງຂັນນັ້ນມີ WADA ແລະ ຄະນະກຳມະການໂອລິມປິກສາກົນ (IOC) ເປັນຜູ້ດູແລການແຂ່ງຂັນ ແຕ່ຈະສາມາດນຳໃຊ້ທຸງຊາດຂອງຕົນເອງໃນການແຂ່ງຂັນຊີເກມ 2022 ທີ່ປະເທດຫວຽດນາມ ເນື່ອງຈາກຝ່າຍຈັດການແຂ່ງຂັນຊີເກມຄັ້ງນີ້ບໍ່ໄດ້ຢູ່ໃນລະບົບຂອງ WADA.

ຂໍ້ມູນຈາກ: ເວັບໄຊໄທຣັດ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...