spot_img
Homeຂ່າວພາຍ​ໃນໄທ-ຈີນ ຮ່ວມເຊັນສັນຍາການຊື້ຂາຍໄຟຟ້າຈາກເຂື່ອນໃນລາວ

ໄທ-ຈີນ ຮ່ວມເຊັນສັນຍາການຊື້ຂາຍໄຟຟ້າຈາກເຂື່ອນໃນລາວ

Published on

ບໍລິສັດ GULF ຂອງໄທ ແລະ ລັດວິສະຫະກິດຈີນ ເຊັນສັນຍາຢ່າງເປັນທາງການ ເພື່ອຂາຍໄຟຟ້າດົນເຖິງ 29 ປີ ໂດຍຈ່າຍໄຟຈາກໂຄງການໄຟຟ້າພະລັງງານນ້ຳ ປາກແບ່ງ ໃນ ສປປ ລາວ ຄາດວ່າຈະເປີດດຳເນີນກິດຈະການປີ 2033.

GULF ແລະ China Datang Overseas Investment Co., Ltd. (CDTO) ເປັນລັດວິສະຫະກິດ ແລະ ບໍລິສັດພະລັງງານຂອງ ສປ ຈີນ ໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈໃນການຮັບຊື້ໄຟຟ້າ ກັບການໄຟຟ້າຜະລິດແຫ່ງປະເທດໄທ.

ເພື່ອພັດທະນາໂຄງການໂຮງໄຟຟ້າພະລັງງານນ້ຳ ປາກແບ່ງ ທີ່ຕັ້ງຢູ່ ເມືອງປາກແບ່ງ ແຂວງອຸດົມໄຊ ພ້ອມຜະລິດ ແລະ ຈຳໜ່າຍກະແສໄຟຟ້າທີ່ຜະລິດໄດ້ທັງໝົດໃຫ້ແກ່ການໄຟຟ້າໄທ.

ຫຼ້າສຸດ ໃນວັນທີ 13 ກັນຍາ 2023 Pak Beng Power Company Limited ໄດ້ຮ່ວມທຶນລະຫວ່າງ GULF ແລະ CDTO ໃນອັດຕາ 49% ແລະ 51% ຕາມລຳດັບ ເພື່ອດຳເນີນໂຄງການປາກແບ່ງ ໄດ້ເຂົ້າລົງນາມສັນຍາຊື້ຂາຍໄຟຟ້າ ກັບ ການໄຟຟ້າໄທ ຮຽບຮ້ອຍ ໂດຍມີສັນຍາໄລຍະເວລາ 29 ປີ ນັບຈາກມື້ຈ່າຍໄຟຟ້າເຂົ້າລະບົບ ແລະ ມີອັດຕາຄ່າໄຟຟ້າສະເລ່ຍ 2,7129 ບາດຕໍ່ກິໂລວັດ-ຊົ່ວໂມງ.

ທັ້ງນີ້ ໂຄງການໄຟຟ້າປາກແບ່ງ ຍັງຢູ່ໃນລະຫວ່າງການຈັດຫາເງິນກູ້ກັບສະຖາບັນການເງິນ ຄາດວ່າຈະປິດການຫາເງິນກູ້ໃນປີ 2024 ແລະ ໃຊ້ເວລາກໍ່ສ້າງປະມານ 8 ປີ ໂດຍມີກຳນົດເປີດໃນປີ 2033.

ແຫຼ່ງຂ່າວ PPTV ໄທ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...