spot_img
Homeຂ່າວຕ່າງປະເທດໄທ​ສັ່ງ​ຍ້າຍ​ນາຍ​ຕຳ​ຫລວດ 38 ຄົນ ຫລັງ​ພົບ​ສົບ​ຊາວ​ໂຣ​ຮິງ​ຍາ ຖືກ​ຝັງ​ໃນ​ພື້ນ​ທີ່​ຮັບ​ຜິດ​ຊອບ!

ໄທ​ສັ່ງ​ຍ້າຍ​ນາຍ​ຕຳ​ຫລວດ 38 ຄົນ ຫລັງ​ພົບ​ສົບ​ຊາວ​ໂຣ​ຮິງ​ຍາ ຖືກ​ຝັງ​ໃນ​ພື້ນ​ທີ່​ຮັບ​ຜິດ​ຊອບ!

Published on

11224122_965216116843519_2272890535859205151_n

ຜູ້​ບັນ​ຊາ​ການ​ຕຳ​ຫລວດ​ແຫ່ງ​ຊາດ​ໄທ ສັ່ງ​ຍ້າຍ 38 ນາຍ​ຕຳ​ຫລວດ ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ສູນ​ປະ​ຕິ​ບັດ​ການ ສຳ​ນັກ​ງານ​ຕຳ​ຫລວດ​ແຫ່ງ​ຊາດ ຫລັງ​ພົບ​ສົບ​ຊາວ​ໂຣ​ຮິງ​ຍາ ໃນ​ພື້ນ​ທີ່​ຂອງ​ພວກ​ກ່ຽວ​ຄວບ​ຄຸມ.

ສຳ​ນັກ​ຂ່າວ INN ຂອງ​ໄທ ລາຍ​ງານ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ນີ້​ວ່າ ທ່ານ ພົນ​ເອກ ສົມ​ຍົດ ພຸ່ມ​ພັນ​ມ່ວງ ຜູ້​ບັນ​ຊາ​ການ​ຕຳ​ຫລວດ​ແຫ່ງ​ຊາດ​ໄທ ໄດ້​ມີ​ຄຳ​ສັ່ງໃນ​ມື້​ວັນ​ທີ 6 ພຶດ​ສະ​ພາ​ຜ່ານ​ມາ ໃຫ້​ພະ​ນັກ​ງານ​ຕຳ​ຫລວດ​ຈຳ​ນວນ 38 ຄົນ ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ສູນ​ປະ​ຕິ​ບັດ​ການ​ສຳ​ນັກ​ງານ​ຕຳ​ຫລວດ​ແຫ່ງ​ຊາດ ໂດຍ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ເດີມ ຈົນ​ກ່​ວາ​ຈະ​ມີ​ຄຳ​ສັ່ງ​ປ່ຽນ​ແປງ ແລະ ໃຫ້​ຜູ້​ບັງ​ຄັບ​ບັນ​ຊາ​ຕົ້ນ​ສັງ​ກັດ​ຂອງ​ນາຍ​ຕຳ​ຫລວດ​ທັງ 38 ຄົນ ອອກ​ຄຳ​ສັ່ງ​ໃຫ້​ຕຳ​ຫລວດຜູ້​ອື່ນ​ໄປ​ຮັກ​ສາ​ການ​ແທນ​ຕຳ​ແໜ່ງ​ດັ່ງ​ກ່າວ.

ທັງ​ນີ້ ເນື່ອງ​ຈາກ​ມີ​ການ​ຄົ້ນ​ພົບ​ຂຸມ​ຝັງ​ສົບ​ຊາວ​ໂຣ​ຮິງ​ຍາ ຈຳ​ນວນ​ກ່​ວາ 30 ຂຸມ ໃນ​ເຂດ​ຕາ​ແສງ​ປາ​ດັງ​ເບ​ຊາ ເມືອງ​ສະ​ເດົາ ແຂວງ​ສົງ​ຂາ ໂດຍ​ຜ່ານ​ການກວດ​ສອບ​ເບື້ອງ​ຕົ້ນ ເຈົ້າ​ໜ້າ​ທີ່​ຂອງ​ໄທ​ເຊື່ອ​ວ່າ ຊາວ​ໂຣ​ຮິງ​ຍາ​ທີ່​ຖືກ​ນຳ​ມາ​ຝັງ​ຖິ້ມ​ໃນ​ພື້ນ​ທີ່​ດັ່ງ​ກ່າວ​ນີ້ ແມ່ນ​ເປັນ​ຝີ​ມື​ຂອງ​ຂະ​ບວນ​ການ​ຄ້າ​ມະ​ນຸດ​ໃນ​ໄທ ເຊິ່ງ​ຈະ​ຕິດ​ຕໍ່​ຂາຍ​ຊາວ​ໂຣ​ຮິງ​ຍາ​ໄປ​ຍັງ​ປະ​ເທດ​ທີ 3 ໂດຍ​ກ່ອນ​ຈະ​ມີ​ການ​ຊື້ – ຂາຍ​ກັນ​ນັ້ນ ຂະ​ບວນ​ການ​ດັ່ງ​ກ່າວ ໄດ້​ນຳ​ໃຊ້​ພື້ນ​ທີ່​ເຂດ​ດັ່ງ​ກ່າວ​ນີ້ ເປັນ​ຄ້າຍ​ກັກ​ຂັງ​ຊົ່ວ​ຄາວ, ປັດ​ຈຸ​ບັນ ທາງ​ການ​ໄທ ກຳ​ລັງ​ຮີບ​ຮ້ອນ​ສືບ​ສວນ​ຄະ​ດີ​ດັ່ງ​ກ່າວ​ນີ້ ທ່າມ​ກາງ​ກະ​ແສ​ການ​ກົດ​ດັນ​ຈາກ​ສາ​ກົນ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...