spot_img
Homeຂ່າວຕ່າງປະເທດໄທເລີ່ມປຶກສາຫາລືໃນການສ້າງຂົວຂ້າມນໍ້າຂອງໜອງຄາຍ-ວຽງຈັນ ແຫ່ງທີ 2

ໄທເລີ່ມປຶກສາຫາລືໃນການສ້າງຂົວຂ້າມນໍ້າຂອງໜອງຄາຍ-ວຽງຈັນ ແຫ່ງທີ 2

Published on

ໂຄງການທາງລົດໄຟລະຫວ່າງລາວ-ຈີນ ເປັນສ່ວນໜຶ່ງຂອງການພັດທະນາເສດຖະກິດທີ່ເຄື່ອນຍ້າຍສິນຄ້າຈາກປະເທດຈີນເຂົ້າມາ ສປປ ລາວ ແລະ ໄປຍັງປະເທດໄທ ເຮັດໃຫ້ເກີດມີການສົ່ງເສີມການຄ້າລະຫວ່າງປະເທດລະຫວ່າງລາວ-ໄທ ແລະ ຈີນ.

ທ່ານພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງປະເທດໄທ ໄດ້ແຕ່ງຕັ້ງຄະນະກໍາມະການບູລະນາການການເຊື່ອມຕໍ່ທາງລົດໄຟລະຫວ່າງໄທ ລາວ ແລະ ຈີນ ໂດຍມີທ່ານ ອະນຸທິນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງສາທາລະນະສຸກ ເປັນປະທານ ໃນການກໍານົດນະໂຍບາຍເຊື່ອມຕໍ່ທາງລົດໄຟລາວ ໄທ ແລະ ຈີນ ພ້ອມມີການວາງແຜນການສົ່ງສິນຄ້າ ເພື່ອພ້ອມທີ່ຈະຂັບເຄື່ອນສູ່ການພັດທະນາເສດຖະກິດຂອງຄົນທີ່ຢູ່ພາຍໃນປະເທດ ພ້ອມທັງຍັງໄດ້ມີການປະຊຸມປຶກສາຫາລືກ່ຽວກັບການເດີນທາງຜ່ານລົດໄຟລະຫວ່າງວຽງຈັນ-ໜອງຄາຍ ແລະ ມີການເລັ່ງດໍາເນີນການສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 2 ເພື່ອອໍານວຍຄວາມສະດວກຂອງເສັ້ນທາງລົດໄຟ.

ສູນປ່ຽນຖ່າຍສິນຄ້າທາງລົດໄຟແບບເລັ່ງດ່ວນຂອງໄທ ຈະມີການພັດທະນາສະຖານີລົດໄຟໜອງຄາຍເພື່ອໃຫ້ເປັນຈຸດເຊື່ອມຕໍ່ກັບລົດໄຟລາວ ແລະ ໃນໄລຍະຍາວຈະມີການພັດທະນາໃຫ້ເປັນສູນປ່ຽນຖ່າຍສິນຄ້າເພື່ອຮອງຮັບການຂົນສົ່ງສິນຄ້າໃນອະນາຄົດ. 

ແຫຼ່ງຂ່າວ: Matichon

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...