spot_img
Homeຂ່າວຕ່າງປະເທດໄທຫ້າມແອັບທະນາຄານຫຼົ້ມບໍ່ເກີນ 8 ຊົ່ວໂມງ ພາຍໃນ 1 ປີໂທດສູງສຸດຄັ້ງລະ 5 ແສນບາດ

ໄທຫ້າມແອັບທະນາຄານຫຼົ້ມບໍ່ເກີນ 8 ຊົ່ວໂມງ ພາຍໃນ 1 ປີໂທດສູງສຸດຄັ້ງລະ 5 ແສນບາດ

Published on

ທາງການໄທອອກເກນ ຫ້າມແອັບທະນາຄານຫຼົ້ມບໍ່ເກີນ 8 ຊົ່ວໂມງ ພາຍໃນ 1 ປີ ຄາດວ່າໂທດສູງສຸດຄັ້ງລະ 5 ແສນບາດ ຖ້າບໍ່ແກ້ໄຂຈະປັບໃໝເພີ່ມມື້ລະ 5.000 ບາດ.

ໃນວັນທີ 31 ຕຸລາ 2023 ພິນໂຢ ຕີເພັດສະລາພອນ ຜູ້ອຳນວຍການຝ່າຍກຳກັບ ແລະ ກວດສອບຄວາມສ່ຽງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ທະນາຄານແຫ່ງປະເທດໄທ ລາຍງານວ່າ: ພາຍໃນເດືອນພະຈິກນີ້ ຈະມີການອອກແກ້ໄຂປະກາດເລື່ອງຫຼັກເກນການກຳກັບດູແລຄວາມສ່ຽງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ຂອງສະຖາບັນການເງິນ ແລະ ສະຖາບັນການເງິນສະເພາະກິດ ໂດຍໄດ້ລະບຸເຖິງບົດລົງໂທດ ຖ້າຫາກລະບົບຂັດຂ້ອງດົນເກີນກຳນົດ ເຊິ່ງໄດ້ກຳນົດວ່າລະບົບແອັບທະນາຄານຈະຂັດຂ້ອງ ຫຼື ຫຼົ້ມບໍ່ເກີນ 8 ຊົ່ວໂມງພາຍໃນ 1 ປີ.

ຖ້າຫາກຫຼົ້ມເກີນ 8 ຊົ່ວໂມງຕໍ່ປີ ຈະຖືກລົງໂທດຕາມລຳດັບຄື ເລີ່ມຈາກຕັກເຕືອນ ສັ່ງໃຫ້ປັບປຸງແກ້ໄຂ ຈົນເຖິງໂທດປັບໃໝສູງສຸດ 500.000 ບາດຕໍ່ຄັ້ງ ແລະ ຖ້າບໍ່ດຳເນີນການແກ້ໄຂຈະປັບໃໝເພີ່ມ 5.000 ບາດຕໍ່ມື້.

ທີ່ມາ khaosod

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...