spot_img
Homeຂ່າວຕ່າງປະເທດໄທລະບຸ ຈັບຜູ້ວາງລະເບີດໄດ້ 1 ຄົນ ດ້ານກຸ່ມເສື້ອແດງ ວິຕົກກັງວົນ ຫລັງສະມາຊິກ ຖືກຈັບຫລາຍຄົນ!

ໄທລະບຸ ຈັບຜູ້ວາງລະເບີດໄດ້ 1 ຄົນ ດ້ານກຸ່ມເສື້ອແດງ ວິຕົກກັງວົນ ຫລັງສະມາຊິກ ຖືກຈັບຫລາຍຄົນ!

Published on

ສຳນັກຂ່າວວີໂອວີຂອງຫວຽດນາມ ລາຍງານໃນວັນທີ 16 ສິງຫາຜ່ານມານີ້ວ່າ ໃນວັນ​ທີ 15 ສິງຫາ 2016 ທ່ານ ພົນ​ເອກ ພົງ​ສະພັດ ພົງ​ຈະ​ເລີ​ນ ຮອງ​​ເສນາ​ທິການ​ຕຳຫລວດ​ແຫ່ງຊາດ​ໄທ ໄດ້​ໃຫ້​ຮູ້​ວ່າບັນດາ​ເຫດ​ວາງ​ລະ​ເບີດ ຊຶ່ງສົ່ງຜົນ​​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິ​ດ ​ແລະ ນັບ​ສິບໆ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຢູ່​ທາງ​ພາກ​ໃຕ້​ປະ​ເທດ​ ເຈົ້າໜ້າທີ່ຕຳຫລວດໄທ ​​ໄດ້​ລວບ​ລວມບັນດາ​ຂໍ້​ມູນ​ຂ່າວສານ ​ແລະ ພົບ​ເຫັນ​ເຄືອ​ຂ່າຍ ​ບັນດາ​ເປົ້າ​ໝາຍ​ທີ່ຢູ່​ເບື້ອງ​ຫລັງ ເຫດການດັ່ງກ່າວນີ້ແລ້ວ ໂດຍທ່ານ​ໄດ້ລະບຸວ່າ ບັນດາ​ເປົ້າ​ໝາຍດັ່ງກ່າວ​ນີ້​ ໄດ້​ສົມທົບ​ກັນຈັດ​ຕັ້ງ​ການ​ບຸກ​ໂຈມ​ຕີ​ ​ແລະ ມີ​ການ​ກະກຽມ​ຢ່າງ​ລະອຽດ ເພື່ອມ້າງ​ທຳລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ​ຕົວ​ການຄົນ​ໜຶ່ງ​ທີ່​ກ່ຽວຂ້ອງ​ ກໍໄດ້ຖື​ກຈັບ​ຕົວ.

​ດ້ານຝ່າຍ ​ແນວ​ໂຮມ​ປະຊາທິໄຕ ຕໍ່ຕ້ານ​ພະ​ເດັດ​ການແຫ່ງຊາດ ຫລື ນປຊ (UDD) ຫລື ຝ່າຍ​ເສື້ອ​ແດງ ​ໄດ້​ອອກມາ​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ ​ກ່ຽວກັບອຳນາດ​ການ​​ທະຫານຂອງ​ໄທ ທີ່ໄດ້ອອກມາຈັບກຸມ​ຕົວ​ ບັນດາ​ສະມາຊິກ​ຂອງ​ກຸ່ມຕົນ ພາຍຫລັງ​ທີ່ເກີດບັນດາ​ເຫ​ດວາງ​ລະ​ເບີດ​ ດັ່ງກ່າວ.
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...