spot_img
Homeຂ່າວຕ່າງປະເທດໄທກວດຍຶດສິນຄ້າທີ່ໂຄສະນາເກີນຈິງ ລວມມູນຄ່າ 40 ລ້ານບາດ

ໄທກວດຍຶດສິນຄ້າທີ່ໂຄສະນາເກີນຈິງ ລວມມູນຄ່າ 40 ລ້ານບາດ

Published on

ໃນວັນທີ 16 ພະຈິກ 2023 ເຈົ້າໜ້າທີ່ໄທ ໄດ້ປະຕິບັດການກວດລ້າງເຄືອຂ່າຍຄົນຫວຽດນາມ ທີ່ໂຄສະນາຂາຍນົມຜົງສາລະພັດປະໂຫຍດທີ່ເກີນຄວາມເປັນຈິງ ກວດຍຶດສິນຄ້າໄດ້ 23 ລາຍການ ລວມທັງໝົດ 43.411 ຢ່າງ ມູນຄ່າຫຼາຍກວ່າ 40.000.000 ບາດ.

ເນື່ອງຈາກປັດຈຸບັນ ຄ່ານິຍົມກ່ຽວກັບຜະລິດຕະພັນສຸຂະພາບເປັນທີ່ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກຫຼາຍ ຈຶ່ງເຮັດໃຫ້ບັນຫາການແຜ່ລະບາດຂອງຜະລິດຕະພັນເສີມສຸຂະພາບປອມນັບມື້ນັບຫຼາຍຂຶ້ນ ເພື່ອຫວັງໃຫ້ປະຊາຊົນຫຼົງເຊື່ອແລ້ວຊື້ຜະລິດຕະພັນດັ່ງກ່າວ.

ນອກນີ້ ຍັງພົບວ່າເວັບໄຊ້ທີ່ມີການຕັດຕໍ່ພາບ ວິດີໂອ ເພື່ອສ້າງຄວາມເຊື່ອຖືໃຫ້ແກ່ຜະລິດຕະພັນ ແລະ ປາກົດການໂຄສະນາໃນອອນລາຍເປັນວົງກວ້າງ ມີເນື້ອຫາທີ່ມີການບັນລະຍາຍຄຸນປະໂຫຍດຂອງຜະລິດຕະພັນອາຫານທີ່ບໍ່ມີມູນຄວາມຈິງ ຈຳນວນ 4 ເວັບໄຊ້ຄື:

  • https://www.ovisureth.site/
  • https://www.ovisureofficial.com/
  • https://www.youtube.com/channel/UC9d1lEKxZ1y2SKC18z2Kd6w
  • https://suachoxuongkhop.info/

ໂດຍເວັບໄຊ້ດັ່ງກ່າວ ມີການໂຄສະນາຜະລິດຕະພັນນົມຜົງ ຍີ່ຫໍ້ Ovisure Gold ໂດຍກ່າວຄຸນປະໂຫຍດເກີນຄວາມເປັນຈິງວ່າ: ປົກປ້ອງລະບົບຫົວໃຈ ແລະ ຫຼອດເລືອດ ປ້ອງກັນພະຍາດເບົາຫວານ ເສີມສ້າງສະຕິປັນຍາ ບັນເທົາອາຫານປວດຂໍ້ໄຫຼ່ ອາການເນັບຊາ ປ້ອງກັນຄວາມເສື່ອມ-ກະດູກພ່ອຍ ແລະ ອື່ນໆອີກຫຼາກຫຼາຍ ພ້ອມຍັງກ່າວອ້າງວ່າ ເປັນຜະລິດຕະພັນທີ່ຖືກຮັບຮອງຈາກ FDA ສະຫະລັດອາເມຣິກາ ແລະ ນຳເຂົ້າຈາກສະຫະລັດອາເມຣິກາ.

ທັ້ງນີ້ ເຈົ້າໜ້າທີ່ໄທ ໄດ້ເຂົ້າກວດຄົ້ນຢູ່ 2 ຈຸດ ທີ່ ແຂວງຊົນບຸລີ ລວມມີຜະລິດຕະພັນອາຫານ 37.911 ຢ່າງ ເປັນນົມຜົງຍີ່ຫໍ້ຕ່າງໆ 36.471 ກະປຸກ, ຢາບໍ່ຂຶ້ນທະບຽນ 4.120 ລາຍການ, ຜະລິດຕະພັນສະໝຸນໄພບໍ່ຂຶ້ນທະບຽນ 1.080 ລາຍການ ແລະ ເຄື່ອງກວດລະດັບນ້ຳຕານ Sinocare ຈຳນວນ 300 ອັນ ລວມສິນຄ້າທີ່ຍຶດໄດ້ 43.411 ຢ່າງ ມູນຄ່າຫຼາຍກວ່າ 40.000.000 ບາດ.

ເຊິ່ງມີຫຼາຍຜະລິດຕະພັນຄືດັ່ງນີ້:

  1. OVISURE GOLD,
  2. Digo sure,
  3. Zextra Sure,
  4. Via Sure Canxi,
  5. Hevisure gold,
  6. GluOats,
  7. Gluzextra Gold,
  8. HIUP COMPLETE,
  9. Sica sure canxi wemee,
  10. Pro up,
  11. Hevifood Body fit

ຂະນະທີ່ກວດຄົ້ນ ພົບຄົນຕ່າງປະເທດສັນຊາດຫວຽດນາມ 8 ຄົນ ທີ່ກຳລັງແພັກສິນຄ້າເພື່ອຖ້າຈຳໜ່າຍ ເຈົ້າໜ້າທີ່ໄດ້ຈັບກຸມຜູ້ຖືກຫາ 8 ຄົນ ເພື່ອທຳການສືບສວນ-ສອບສວນ.

ແຫຼ່ງຂ່າວ ThaiPost

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...