spot_img
Homeມູມໄອທີລາວໄດ້ຮັບຫລາຍຂື້ນອີກກັບການສົມມະນາຄຸນລູກຄ້າຂອງບີລາຍຄຮັບ

ໄດ້ຮັບຫລາຍຂື້ນອີກກັບການສົມມະນາຄຸນລູກຄ້າຂອງບີລາຍຄຮັບ

Published on

ບີລາຍມີສະໂລແກນວ່າເປັນເຄືອຂ່າຍໂທລະສັບມືຖືສຸດຄຸ້ມຄ່າທີ່ສຸດໃນລາວ,ປັດຈຸບັນໄດ້ມີການຄືນກໍາໄລໃຫ້ແກ່ລູກຄ້າສໍາລັບຜູ້ທີ່ໃຊ້ບີລາຍຫຼາຍກ່ວາຫນຶ່ງປີ. ພວກເຂົາໄດ້ພັດທະນາໂຄງການສົມມະນາຄຸນລູກຄ້ານີ້ເອີ້ນວ່າບີລາຍຄຮັບ. ໂຄງການດັ່ງກ່າວປະກອບມີສອງຜົນປະໂຫຍດ: ບັດບີລາຍຄຮັບໄດ້ຮັບສ່ວນຫລຸດຈາກຫລາກຫລາຍສະຖານທີ່ ແລະ ການສະສົມຄະແນນ.

ລູກຄ້າທີ່ໃບ້ບີລາຍມາຫຼາຍກວ່າ1ປີໃນທຸກແຂວງ ສາມາດເຂົ້າໄປຮັບເອົາບັດບີລາຍຄັຮບໄດ້ຟຣີທີ່ສູນບໍລິການລູກຄ້າຂອງບີລາຍທຸກສາຂາ, ບັດນີ້ສາມາດໄດ້ຮັບສ່ວນຫຼຸດພິເສດ 10-30% ຫລາຍກວ່າ25ຮ້ານຄ້າທີ່ຮ່ວມກັບໂຄງການບີລາຍຄຮັບ, ຮ້ານອາຫານ, ຮ້ານກາເຟ ເຊັ່ນ: ເຊເວັນເຊັນ, ພິດຊ່າ ຄອມປານີ, ປາຣິດ ຄອ໋ກເທວ, ເມເຈີ ຊິນີເພັກ ແພດຕິນໍາ ແລະ ອື່ນໆອີກ. ສາມາດເບີ່ງຂໍ້ມູນຂອງສະຖານທີ່ຮັບສ່ວນຫລຸດໄດ້ເລີຍ ສົ່ງ “info” ໄປ 777 ຫຼືເຂົ້າເບີ່ງທີ່ເວັບໄຊ້ www.beeline.la.

ໃນປັດຈຸບັນບັນຮ້ານຄ້າທີ່ຮ່ວມໂຄງການບີລາຍຄັບແມ່ນມີແຕ່ໃນນະຄອນຫລວງວຽງຈັນ, ແຕ່ໃນອະນາຄົດອັນໃກ້ນີ້ຈະຂະຫຍາຍອອກໄປຕ່າງແຂວງ ກັບທຸກສະຖານທີ່ ທີ່ຕ້ອງການຮ່ວມໂຄງການຂອງເຮົາ.

ດັ່ງນັ້ນ, ຖ້າຫາກວ່າທ່ານນໍາໃຊ້ບີລາຍຫຼາຍກ່ວາຫນຶ່ງປີ ພຽງແຕ່ເຂົ້າໄປສູນບໍລິການລູກຄ້າເພື່ອຮັບບັດສະມາຊິກຂອງທ່ານເພື່ອຮັບສິດທິພິເສດເພີ່ມເຕີມ.

ເພື່ອເລີ່ມຕົ້ນການສະສົມຄະແນນ, ລູກຄ້າໃນໄລຍະຍາວຈໍາເປັນຕ້ອງໄດ້ສົ່ງ “BC” ໄປ 777. ພວກເຂົາຈະໄດ້ຮັບ ຫນື່ງ, ສອງ ຫລື ສາມຂອງລາງວັນ ຂື້ນກັບໄລຍະການໃຊ້ງານຂອງລູກຄ້າ. ຂະແນນແມ່ນຈະຄິດໄລ່ແຕ່1,000ກີບ, ສະສົມຄະແນນເພື່ອແລກຮັບ ໂທຟຮີ, ດາຕ້າອິນເຕິເນັດຟຮີ ຫລື ແລກເອົາຄົນຮົ່ມບີລາຍ, ໂມງ LED ຫຼື ຊໍາຊຸງ A ຊີຣີ່

ຂໍ້ມູນເພີ່ມເຕີມກ່ຽວກັບບີລາຍຄຮັບໂທ 7780 0123 ຫຼື http://www.beeline.la/beeline-club/

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...