spot_img
Homeຂ່າວທ້ອງຖິ່ນໄຊຍະບູລີ ສູ້ຊົນຮອດປີ 2020 ໃຫ້ໄດ້ 3.710 ໂດລາຕໍ່ຄົນຕໍ່ປີ

ໄຊຍະບູລີ ສູ້ຊົນຮອດປີ 2020 ໃຫ້ໄດ້ 3.710 ໂດລາຕໍ່ຄົນຕໍ່ປີ

Published on

ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງໄຊຍະບູລີໄດ້ສຳເລັດລົງຫວ່າງບໍ່ດົນມານີ້ ໃນວາລະທີ່ສຳຄັນໃນກອງປະຊຸມແມ່ນການຮັບຮອງເອົາວິໄສທັດຮອດປີ 2030 ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ (2016-2025) ແລະແຜນພັດທະນາເສດຖະກິດສັງຄົມແຂວງໄຊຍະບູລີ 5 ປີ ຄັ້ງທີ VIII (2016-2020) ໂດຍລວມແລ້ວແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄຊຍະບູລີ 5 ປີຄັ້ງທີ VIII (2016-2020) ສະພາແຂວງໄດ້ຮັບຮອງເອົາ 8 ທິດທາງ ລວມ 4 ມາດຕະການໃນການຈັດຕັ້ງປະຕິບັດຢູ່ໃນ 4 ເປົ້າໝາຍຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວຢ່າງມີຄຸນນະພາບຕໍ່ເນື່ອງໝັ້ນທ່ຽງ. ຮັບປະກັນການດຸ່ນດ່ຽງລະຫວ່າງການພັດທະນາ ແລະການສະໜອງທຶນ ໂດຍສອດຄ່ອງກັບເງື່ອນໄຂໃໝ່ ຕາມທິດຫັນເປັນອຸດສາຫະກຳ ແລະທັນສະໄໝເພື່ອຍົກສູງລາຍໄດ້ຂອງປະຊາຊົນສູງຂຶ້ນ.

ໃນ 5 ປີຂ້າງໜ້າລວມຍອດມູນຄ່າຜະລິດຕະພັນພາຍໃນ GDP ຂະຫຍາຍຕົວສະເລ່ຍບໍ່ໃຫ້ ຫຼຸດ 9% ຕໍ່ປີ ໃນນັ້ນຂະແໜງກະສິກຳ-ປ່າໄມ້ເພີ່ມຂຶ້ນ 3,5% ກວມເອົາປະມານ 26% ຂອງ GDP ໃນປີ 2020 ຂະແໜງອຸດສາຫະກຳເພີ່ມຂຶ້ນ 13% ກວມເອົາ 37% ຂອງ GDP ໃນປີ 2020 ຂະແໜງບໍລິການເພີ່ມຂຶ້ນ 12,6% ກວມ ເອົາ 35% ຂອງ GDP ໃນປີ 2020 ລວມຍອດມູນຄ່າຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 3.710 ໂດລາ ໃນປີ 2020 ສ້າງລາຍຮັບເຂົ້າງົບປະມານ 2016-2020 ທົ່ວແຂວງບໍ່ໃຫ້ຫຼຸດ 4.026,15 ຕື້ກີບກວມເອົາ 15% ຂອງ GDP ດ້ານລາຍຈ່າຍບໍ່ໃຫ້ເກີນ 3.246,4 ຕື້ກີບກວມເອົາ 4%, ດ້ານການລົງທຶນສະເລ່ຍແຕ່ລະປີຢູ່ໃນປະມານ 3.426 ຕື້ກີບເທົ່າກັບ 36%. ສູ້ຊົນໃຫ້ມູນຄ່າການສົ່ງອອກສິນຄ້າສະເລ່ຍ 15% ຕໍ່ປີ ແລະການນຳເຂົ້າສິນຄ້າສະເລ່ຍ 10% ຕໍ່ປີ. ເຂັ້ມງວດແກ້ໄຂໜີ້ສິນທຸກປະເພດຜ່ານມາໃຫ້ຫຼຸດລົງ 80% ຂອງຈຳນວນໜີ້ທັງໝົດ, ສ້າງບ້ານພັດທະນາໃຫ້ໄດ້ 80%, ບ້ານວັດທະນະທຳໃຫ້ໄດ້ 95% ຂອງຈຳນວນບ້ານທັງໝົດສິ່ງສຳຄັນຮອດປີ 2020 ແຂວງໄຊຍະບູລີ ຈະລົບລ້າງຄອບຄົວທຸກຍາກໂດຍພື້ນຖານ.
ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...