spot_img
Homeຂ່າວທ້ອງຖິ່ນໄຊຍະບູລີແຈ້ງປິດແຂວງ-ປິດເມືອງເປັນເວລາ 14 ວັນ ເພື່ອສະກັດກັ້ນການລະບາດໂຄວິດ-19

ໄຊຍະບູລີແຈ້ງປິດແຂວງ-ປິດເມືອງເປັນເວລາ 14 ວັນ ເພື່ອສະກັດກັ້ນການລະບາດໂຄວິດ-19

Published on

ອີງຕາມແຈ້ງການຂອງ ແຂວງ ໄຊຍະບູລີ ເລກທີ 94/ຈຂ.ຊຍ ລົງວັນທີ 4 ເມສາ 2020 ກ່ຽວກັບ ໃຫ້ຢຸດການເດີນທາງເຂົ້າ-ອອກຂອງບຸກຄົນພາຍໃນແຂວງ ແລະ ພາຍໃນ 11 ເມືອງ ໃນທົ່ວແຂວງ ໄຊຍະບູລີ.

ປະຈຸບັນສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ໃນຫຼາຍປະເທດຍັງສືບຕໍ່ຂະຫຍາຍເປັນວົງກວ້າງ, ມີການລາຍງານກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂື້ນໃນແຕ່ລະວັນ, ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ພ້ອມທັງເປັນການຫຼຸດຜ່ອນຄວາມສ່ຽງ ທີ່ອາດຈະເກີດການຕິດເຊື້ອ ແລະ ແຜ່ລະບາດຂອງເຊື້ອພະຍາດໂຄວິດ ຈຶ່ງໃຫ້ປິດການເຂົ້າ-ອອກຊົ່ວຄາວ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ຍົກເວັ້ນລົດການນໍາຂອງແຂວງ-ຂອງເມືອງ ແລະ ລົດຄະນະສະເພາະກິດເພື່ອປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ແລະ ກໍລະນີທີ່ມີຄວາມຈໍາເປັນໃຫ້ມີການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 5-19 ເມສາ 2020.

ສໍາລັບພາຫະນະຂົນສົ່ງສິນຄ້າ ແມ່ນໃຫ້ຈັດຕັ້ງປະຕິບັດຕາມບົດແນະນໍາ ທີ່ໄດ້ກໍານົດໄວ້ໃນຂໍ້ 6 ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ສະບັບເລກທີ 02/ສະກ, ລົງວັນທີ 2 ເມສາ 2020.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ແຂວງໄຊຍະບູລີ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...