spot_img
Homeຂ່າວຕ່າງປະເທດໄຂ້​ເລືອດ​ອອກ​ລະ​ບາດ​ໜັກ​ໃນ​ບ​ຣາ​ຊິນ ປີ​ນີ້​ເສຍ​ຊີ​ວິດ​ແລ້ວ 229 ຄົນ!

ໄຂ້​ເລືອດ​ອອກ​ລະ​ບາດ​ໜັກ​ໃນ​ບ​ຣາ​ຊິນ ປີ​ນີ້​ເສຍ​ຊີ​ວິດ​ແລ້ວ 229 ຄົນ!

Published on

558000005277001

ກະ​ຊວງ​ສາ​ທາ​ລະ​ນະ​ສຸກບ​ຣາ​ຊິນ ຖະ​ແຫລງ​ໃນ​ມື້​ວັນ​ຈັນ 4 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ໃນ​ປີ​ນີ້​ມີ​ຜູ້​ເສຍ​ຊີ​ວິດ​ຈາກ​ພະ​ຍາດ​ໄຂ້​ເລືອດ​ອອກ​ແລ້ວ 229 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ເລື່ອງ​ດັ່ງ​ກ່າວ​ນີ້ ໂດຍ​ລະ​ບຸ​ອີກວ່າ ຍັງ​ມີ​ຈຳ​ນວນ​ຄົນ​ເຈັບ​ທີ່​ຕິດ​ເຊື້ອ​ໄຂ້​ເລືອດ​ອອກ ສູງ​ເຖິງ 745,000 ຄົນ ໃນ​ທົ່ວ​ປະ​ເທດ ເຊິ່ງ​ຖື​ເປັນ​ຕົວ​ເລກ​ທີ່​ສູງ​ກ່​ວາ​ປີ​ທີ່​ຜ່ານ​ມາ​ເຖິງ 234% ໂດຍ​ສະ​ເພາະ​ໃນ​ນະ​ຄອນ​ເຊົາ​ເປົາ​ໂລ ເຊິ່ງ​ມີ​ປະ​ຊາ​ກອນ​ອາ​ໄສ​ຢູ່ ຫລາຍ​ກ່​ວາ 12 ລ້ານ​ຄົນ ແມ່ນ​ຖື​ເປັນ​ເຂດ​ສູນ​ກາງ​ຂອງ​ການ​ລະ​ບາດ ໂດຍ​ມີ​ຍອດ​ຜູ້​ເສຍ​ຊີ​ວິດ​ໃນ​ເມືອງ​ນີ້ 169 ຄ​ົນ ແລະ ຕິດ​ເຊື້ອ​ອີກ 401,564 ຄົນ ສົ່ງ​ຜົນ​ເຮັດ​ໃຫ້​ນະ​ຄອນ​ເຊົາ​ເປົາ​ໂລ​ຂອງບ​ຣາ​ຊິນ ຕ້ອງ​ປະ​ເຊີນ​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ​ໄຂ້​ເລືອດ​ອອກ ຄັ້ງ​ຮຸນ​ແຮງ​ທີ່​ສຸດ ນັບ​ຕັ້ງ​ແຕ່​ປີ 1990 ເປັນ​ຕົ້ນ​ມາ.

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...