spot_img
Homeຂ່າວທ້ອງຖິ່ນໄຂ້ຫວັດຫມູສາຍພັນອາຟຣິກາ ຫລື ໂຮກອະຫິວາໃນຈີນ ສາມາດຄວບຄຸມໄດ້ແລ້ວ

ໄຂ້ຫວັດຫມູສາຍພັນອາຟຣິກາ ຫລື ໂຮກອະຫິວາໃນຈີນ ສາມາດຄວບຄຸມໄດ້ແລ້ວ

Published on

ຈາກການລາຍງານສະພາບການລະບາດຂອງໂຣກໄຂ້ຫວັດຫມູສາຍພັນອາຟຣິກາ African Swine Fever Virus (ASF) ຫລື ໂຣກອະຫິວາ ໃນວັນທີ 30 ສິງຫາ 2018 ໂດຍ ອົງການອາຫານ ແລະ ການກະສິກຳແຫ່ງຊາດ (Food and Agriculture Orgazinsation: FAO). ລ່າສຸດ ກະຊວງກະສິກຳ ແລະ ແກ້ໄຂບັນຫາຊົນນະບົດຂອງຈີນ ປະກາດເມື່ອວັນທີ 2 ກັນຍາ ວ່າ ສາມາດຄວບຄຸມການລະບາດຂອງພະຍາດໄຂ້ຫວັດຫມູສາຍພັນອາຟຣິກາ (ASF) ໄດ້ແລ້ວຫລັງຈາກທີ່ພະຍາດດັ່ງກ່າວເກີດລະບາດຢູ່ໃນ 5 ແຂວງຂອງຈີນ ມາເປັນເວລາຫລາຍວັນ.

ຈີນແມ່ນເປັນປະເທດທີ່ມີທ່າແຮງກ່ຽວກັບການລ້ຽງ ແລະ ບໍລິໂພກຊີ້ນຫມູຫລາຍເກືອບເຄີ່ງຫນື່ງຂອງຈຳນວນຫມູທີ່ລ້ຽງຢູ່ໃນທົ່ວໂລກ ແມ່ນເຕົ້າໂຮມຢູ່ໃນຈີນ. ໄລ່ມາຮອດວັນທີ 23 ສິງຫາ ທີ່ຜ່ານມາ ມີ 3.235 ກໍລະນີທີ່ຕິດໄຂ້ຫວັດສາຍພັນຫມູອາຟຣິກາໄດ້ຮັບການບັນທຶກຢູ່ໃນອີກ 11 ປະເທດ.

ເມື່ອເດືອນທີ່ຜ່ານມາວຽກງານການຂ້າທຳລາຍ ແລະ ຂ້າເຊື້ອພະຍາດໄດ້ສຳເລັດຢູ່ໃນແຂວງຫລຽວນິງ, ຈຽງຊູ, ເຈີ້ຈຽງ ແລະ ອານຮຸຍ ໄລ່ມາຮອດວັນທີ 1 ກັນຍາ ນີ້ ທົ່ວປະເທດຈີນໄດ້ຂ້າທຳລາຍຫມູໄປແລ້ວ 38.000 ກວ່າໂຕ ນັບແຕ່ຄົ້ນພົບລາຍທຳອິດທີ່ຕິດພະຍາດດັ່ງກ່າວຢູ່ໃນແຂວງຫລຽວນິງ.

ຢ່າງໃດກໍຕາມ ພະຍາດດັ່ງກ່າວແມ່ນສາມາດຄວບຄຸມໄດ້ເປັນທີ່ຮຽບຮ້ອຍແລ້ວ.

ແຫລ່ງຂ່າວ: ວຽງຈັນໃຫມ່

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...