spot_img
Home​ຂ່າວບັນເທິງໃຜ!!! ຈະໄດ້ເປັນຜູ້ຊະນະລາງວັນລວມມູນຄ່າສູງເຖິງ150 ລ້ານກີບ ໃນໂຄງການ Beerlao Band Challenge season 2

ໃຜ!!! ຈະໄດ້ເປັນຜູ້ຊະນະລາງວັນລວມມູນຄ່າສູງເຖິງ150 ລ້ານກີບ ໃນໂຄງການ Beerlao Band Challenge season 2

Published on

ໃນປີ 2016 ທີ່ຜ່ານມາ ໂຄງການ Beerlao Band Challenge ໄດ້ເປີດສັກກະລາດຢ່າງຍິ່ງໃຫຍ່ໃຫ້ວົງການດົນຕີລາວ ແລະ ໄດ້ສ້າງສິນລະປິນໜ້າໃໝ່ ໂດຍການແຂ່ງຂັນຄັດເລືອກເອົາໄວໜຸ່ມລາວທີ່ມີຄວາມສາມາດ ແລະ ມັກຮັກໃນການຫຼິ້ນດົນຕີເຂົ້າສູ່ການເປັນນັກດົນຕີມືອາຊີບ, ເຊິ່ງໄດ້ສຽງຕອບຮັບ ຈາກສື່ມວນຊົນ ແລະ ຜູ້ຊົມຢ່າງຫຼວງຫຼາຍ.

ມາເຖິງວັນທີ 17 ມີຖຸນາ 2017 ທີ່ຜ່ານມາ ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ) Beerlao Band Challenge Season 2 ໄດ້ສືບຕໍ່ເນື່ອງການແຂ່ງຂັນຮອບຄັດເລືອກເພື່ອຄົ້ນຫານັກດົນຕີໜ້າໃໝ່ປະຈຳປີ 2017 ໂດຍມີຜູ້ເຂົ້າແຂ່ງຂັນທັງໝົດເກືອບ 50ວົງ ຄັດໃຫ້ເຫຼືອພຽງ 24ວົງ ເພື່ອເຂົ້າໄປແຂ່ງຂັນໃນຮອບຮອງຊະນະເລີດ ເຊິ່ງໄດ້ຈັດຂຶ້ນໃນວັນທີ 24 ມີຖຸນາ 2017 ທີ່ຜ່ານມາ ທີ່ສູນກິລາໃນຮົ່ມລ້ານຊ້າງ ແລະ ປະຈຸບັນເຮົາໄດ້ 12ວົງ ເຂົ້າໄປແຂ່ງຂັນໃນຮອບຊີງຊະນະເລີດ ທີ່ມີແຜນຈະຈັດຂຶ້ນໃນວັນທີ 15 ກໍລະກົດ 2017 ນີ້.

ເພື່ອຮັບປະກັນຄຸນນະພາບຂອງງານ ແລະ ການແຂ່ງຂັນ Beerlao Band Challenge Season 2 ທາງບໍລິສັດຮ່ວມກັບຜູ້ຈັດງານໄດ້ເຊີນເອົາສີລະປີນຜູ້ຊົງຄຸນນະວຸດ ແລະ ມີຊື່ສຽງໃນວົງການເພງລາວ ທັງໝົດ 5 ທ່ານເປັນຕົ້ນແມ່ນ ສັກ ວົງເຊວ, ຕີ ອຸດາໄລ, ອາລຸນາ ຖາວອນສຸກ, ໝີ ເມກາແບນ ແລະ ສົມສິນ ສະມາຍແບັກດ໋ອກ ເຂົ້າຮ່ວມເປັນກຳມະການຕັດສິນ ແລະ ຝຶກສອນບັນດານ້ອງໆທີ່ໄດ້ຜ່ານເຂົ້າຮອບ.

ນອກຈາກຜູ້ທີ່ເຂົ້າຮ່ວມງານຈະໄດ້ມ່ວນຊື່ນກັບການສະແດງຂອງບັນດາວົງດົນຕີທີ່ເຂົ້າຮ່ວມການແຂ່ງຂັນ, ກ່ອນຈະເຖິງເວລາແຂ່ງຂັນຍັງໄດ້ມ່ວນຊື່ນກັບວົງຣ໋ອກຂວັນໃຈໄວໜຸ່ມມາເປີດເວທີເພື່ອສ້າງສີສັນ ແລະ ເປັນກຳລັງໃຈໃຫ້ນ້ອງໆຜູ້ເຂົ້າຮ່ວມແຂ່ງຂັນອີກດ້ວຍ.

ແລະ ນິ້ຄືລາຍຊື່ຂອງ 12ວົງສຸດທ້າຍທີ່ຈະໄດ້ແຂ່ງຂັນໃນຮອບຊີງຊະນະເລີດໃນວັນທີ 15 ກໍລະກົດ 2017 ທີ່ຈະມາເຖິງນີ້ ລວມມີ: B.06 AUDIO EMPIRE, B.17 N.O.M Music, B.22 JIKUAY, B.05 PUNPUAN, B.09 DYNAMIC, B.23 LAZER, B.24 LIGHT SABER, B.14 INSULT, B.19 ROCK NORMAL, B.16 SEVEN Z, B.08 ZN, B.13 SIXTH SENSE

ຢ່າລືມມາຊ່ວຍກັນເຊຍວົງທີ່ທ່ານມັກ ພ້ອມທັງລຸ້ນວົງຊະນະເລີດຂອງປີນີ້ທີ່ສູນກິລາໃນຮົ່ມລ້ານຊ້າງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...