spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໃນສີຂາວຂອງໝາກແຕງໂມ ມີຄຸນປະໂຫຍດມະຫາສານ

ໃນສີຂາວຂອງໝາກແຕງໂມ ມີຄຸນປະໂຫຍດມະຫາສານ

Published on

 

ຄົນສ່ວນຫຼາຍເວລາກິນໝາກແຕງໂມກໍຈະກິນແຕ່ໃນສີແດງ ແລະຖີ້ມໃນທີ່ເປັນສີຂາວ ແຕ່ຮູ້ບໍວ່າມັນມີປະໂຫຍດຫຼາຍກວ່າທີ່ຄິດ.

  1. ຊ່ວຍເພີ່ມພະລັງໃນການອອກກໍາລັງກາຍ: ໃນສີຂາວຂອງໝາກແຕງໂມມີສານຊະນິດໜຶ່ງທີ່ເອີ້ນວ່າ ຊິທຣູລີນ ຊຶ່ງມັນຈະເຂົ້າໄປຊ່ວຍໃຫ້ຮ່າງກາຍບໍ່ເພຍຫຼາຍໃນເວລາອອກກໍາລັງກາຍ ແຖມມັນຍັງເຂົ້າໄປຊ່ວຍປັບ ແລະຊ່ອມແຊມບາງສ່ວນຂອງກ້າມຊີ້ນທີ່ເສີຍຫາຍໄປໃນການອອກກໍາລັງກາຍ.
  2. ຊ່ວຍເພີ່ມອາລົມທາງເພດໄດ້: ຈະໄປກະຕຸ້ນອາລົມທາງເພດໄດ້ ເນື່ອງຈາກວ່າ ຊິທຣູລີນ ເປັນວິຕາມິນທີ່ໃສ່ເຂົ້າໄປໃນວິຕາມິນເສີມປະເພດກະຕຸ້ນຄວາມຕ້ອງການທາງເພດນັ້ນຄື ໄວອາກຣ້າ ມັນຈະເຂົ້າໄປຊ່ວຍໃນເລື່ອງນີ້ໄດ້ຫາກໃຜທີ່ນົກເຂົາບໍ່ຄ່ອຍຈະຂັນ.
  3. ຊ່ວຍປ້ອງກັນມະເຮັງ: ເນື່ອງຈາກວ່າໃນສີຂາວຂອງໝາກແຕງໂມນັ້ນມີສານທີ່ມີຊື່ວ່າ ໄລໂຄປີນ ຊຶ່ງມັນຈະຊ່ວຍເຂົ້າໄປປົກປ້ອງ ແລະຢັບຢັ້ງການເປັນມະເຮັງເຖິງ 34% ເອີ້ນໄດ້ວ່າເປືອກສີຂາວຂອງໝາກແຕງໂມມີປະໂຫຍດຫຼາຍແທ້ໆ.
  4. ຊ່ວຍຫຼຸດນໍ້າໜັກ: ເພາະໃນຜັກ ແລະໝາກໄມ້ມີສານຊະນິດໜຶ່ງທີ່ມີຊື່ວ່າ ໄຟເບີຣ ມັນຈະເຂົ້າໄປຊ່ວຍໃຫ້ຮ່າງກາຍເຜົາຜານອາຫານ ແລະຊ່ວຍໃນເລື່ອງຂອງລະບົບຂັບຖ່າຍໄດ້ເປັນຢ່າງດີ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...