spot_img
Homeຂ່າວການພັດທະນາໂຮງໝໍມິດຕະພາບ ຍົກລະດັບໃນການຊ່ອຍເຫຼືອຄົນເຈັບຂັ້ນຕົ້ນ ໃຫ້ໜ່ວຍງານອາສາສະໝັກກູ້ຊີບ ກູ້ໄພລາວ

ໂຮງໝໍມິດຕະພາບ ຍົກລະດັບໃນການຊ່ອຍເຫຼືອຄົນເຈັບຂັ້ນຕົ້ນ ໃຫ້ໜ່ວຍງານອາສາສະໝັກກູ້ຊີບ ກູ້ໄພລາວ

Published on

ເພື່ອຫຼຸດຜ່ອນອັດຕາການເສຍຊີວິດ ແລະ ບາດເຈັບ ຂອງຜູ້ປະສົບອຸປະຕິເຫດທາງຖະໜົນ ແລະ ອື່ນໆ ດັ່ງນັ້ນ ໂຮງໝໍມິດຕະພາບ ຈິ່ງໄດ້ຈັດຊຸດເຝິກອົບຮົມຂຶ້ນພາຍໃຕ້ຫົວຂໍ້ ການຊ່ອຍເຫຼືອຄົນເຈັບຂັ້ນຕົ້ນ (FIRST RESPONDER) ເປັນເວລາ 2 ວັນ ໃຫ້ແກ່ພະນັກງານອາສາສະໝັກ ກູ້ຊີບ-ກູ້ໄພຂອງໜ່ວຍກູ້ໄພນະຄອນຫຼວງວຽງຈັນ ແລະ ໜ່ວຍກູ້ໄພມູນນິທິຈີນ ຮວມມີິສໍາມະນາກອນເຂົ້າຮ່ວມ 45 ຄົນ ໂດຍຄູເຝິກຈາກໂຮງໝໍມິດຕະພາບ ເຊິ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2016 ທີ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານໃນພິທີໄຂ ແລະ ອັດຊຸດເຝິກອົບຮົມຂອງທ່ານ ດຣ.ສະໜອງ ທອງຊະນະ ຮັກສາການຜູ້ອໍານວຍການໂຮງໝໍມິດຕະພາບ ມີທ່ານ ວິລະກອນ ມະຫາວົງ ຫົວໜ້າຂະແໜງບໍລິຫານລັດນະຄອນຫຼວງວຽງຈັນ ບັນດາຄະນາຈານ ແລະ ຄູເຝິກຈາກໂຮງໝໍມິດຕະພາບ ປະທານໜ່ວຍກູ້ໄພນະຄອນຫຼວງວຽງຈັນ ພ້ອມທີມງານ ແລະ ຄະນະຮັບຜິດຊອບມູນນິທິຈີນພ້ອມດ້ວຍທີມງານເຂົ້າຮ່ວມ.

…….ທ່ານ ດຣ.ສະໜອງ ທອງຊະນະ ໄດ້ກ່າວວ່າ ການເຝິກອົບຮົມຄັ້ງນີ້ ໄດ້ຈັດຂຶ້ນເພື່ອພັດທະນາດ້ານບຸກຄະລາກອນ ເພື່ອຊ່ອຍເຫຼືອຄົນເຈັບໃນຂັ້ນຕົ້ນ (FR) ປະກອບໃນທີມແພດສຸກເສີນ EMS ຊ່ອຍເຫຼືອຄົນເຈັບໃຫ້ຖືກຕາມຫຼັກການທາງການແພດສຸກເສີນ ຫຼຸດຜ່ອນອັດຕາການເສຍຊີວິດ ແລະ ບາດເຈັບ ໂດຍຊຸດເຝິກອົບຮົມດັ່ງກ່າວ ປະກອບມີສອງພາກຄື ພາກທິດສະດີ ແລະ ພາກປະຕິບັດ ເຊັ່ນ ການປະເມີນຄົນເຈັບ ການຄັດແຍກປະເພດຄົນເຈັບ ການປິ່ນປົວ ຟື້ນຟູຊີບ ຫົວໃຈ ແລະ ຫາຍໃຈ CPR ສຸກເສີນຫາຍໃຈ ແລະ ການຊ່ອຍຫາຍໃຈ ການຊ່ອຍເຫຼືອຄົນເຈັບບາດເຈັບຫົວໃຈ ແລະ ກະດູກສັນຫຼັງ ບາດເຈັບກ້າມຊີ້ນ ແລະ ກະດູກ ການກູ້ໄພທາງນໍ້າ ການຊ່ອຍເຫຼືອຄົນເຈັບທີ່ຊ໋ອກ ຄົນເຈັບບາດເຈັບພາກສ່ວນອ່ອນ ຮ່າງກາຍມະນຸດ ແລະ ການເຄື່ອນຍ້ານຄົນເຈັບ.

…….ຊຸດອົບຮົມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ 2 ວັນເຕັມ ຈິ່ງໄດ້ອັດລົງ.

ຂ່າວ/ພາບ: ເທບພະວົງ

ແຫ່ລງຂ່າວ

ວຈທດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...