ໂຮງໄຟຟ້າໂຊລາຣເຊລແບບລອຍນ້ຳ ທີ່ມີຂະໜາດໃຫຍ່ທີ່່ສຸດໃນໂລກທີ່ປະເທດຈີນ

ຫຼ້າສຸດ ປະເທດຈີນໄດ້ອອກມາປະກາດຄວາມສຳເລັດຂອງໂຄງການສ້າງ ໂຮງໄຟຟ້າໂຊລາຣເຊລແບບລອຍນ້ຳ ທີ່ມີຂະໜາດໃຫຍ່ທີ່່ສຸດໃນໂລກ (Floating Photovoltaic Facility) ແລະ ໄດ້ສ້າງເຊື່ອມຕໍ່ເຂົ້າກັນຫຼາຍລະບົບການສົ່ງຈ່າຍພະລັງງານໄຟຟ້າຂອງປະເທດຈີນເປັນທີ່ຮຽບຮ້ອຍແລ້ວ ແລະ ນີ້ເປັນຄວາມສຳເລັດຫຼ້າສຸດຂອງປະເທດຈີນ ໃນບົດບາດຂອງການເປັນຜູ່ນຳທາງການນຳພະລັງງານສະອາດມາປະຍຸກໃຊ້

ໂຮງງານໄຟຟ້າລອຍນ້ຳນີ້ຖືກສ້າງຂຶ້ນໃນເມືອງ Huainan ແຂວງ Anhui ໂດຍບໍລິສັດ Sungrow Power Supply Co. ເປັນເຈົ້າຂອງໂຮງງານໄຟຟ້າ ມັນມີກຳລັງການຜະລິດໄຟຟ້າ 40 Megawatt (ເມກິວັດ) ໂດຍໂຄງການສ້າງຂອງໂຮງໄຟຟ້າໂຊລາຣເຊລລອຍນ້ຳ ນັ້ນສ້າງຢູ່ເໜືອເຂດເໝືອງຖ່ານຫີນເກົ່າທີ່ຈົມນ້ຳໄປ 

ໂຮງໄຟຟ້າໂຊລາຣເຊລລອຍນ້ຳ ກຳລັງເປັນກະແສນິຍົມຂອງໂລກຍຸກໃໝ່ ເພາະການກໍ່ສ້າງບໍ່ເຮັດໃຫ້ເກີດບັນຫາແຜນຜັງເມືອງ ມັນສາມາດສ້າງພະລັງງານໄຟຟ້າເພື່ອລໍ່ລ້ຽງເມືອງທີ່ມີປະຊາກອນໜາແໜ້ນ ໂດຍບໍ່ຕ້ອງມີການສົດໃຊ້ຄ່າທີ່ດິນ ແຖມຍັງມີປະໂຫຍດທາງອ້ອມໃນການຫຼຸດອັດຕາການລະເຫີຍອາຍຂອງນ້ຳທະເລ ແລະ ຄວາມເຢັນຂອງຜິວນ້ຳ ຍັງຊ່ວຍຫຼຸດຄວາມໄວໃນການເສື່ອມສະພາບຂອງແຜງໂຊລາຣເຊລໄດ້ອີກຕ່າງຫາກ

ແລະ ນີ້ບໍ່ແມ່ນໂຄງການໄຟຟ້າໂຊລາຣເຊລຂະໜາດໃຫຍ່ພຽງແຫ່ງດຽວຂອງເມືອງຈີນ ໂດຍໃນປີ 2016 ທາງລັດຖະບານຈີນໄດ້ມີການເປີດໂຮງໄຟຟ້າໂຊລາຣເຊລລອຍນ້ຳທີ່ມີຂະໜາດກຳລັງການຜະລິດ 20 Megawatt ໃນພື້ນທີ່ໃກ້ຄຽງກັນ ແລະ ຈີນຍັງເປັນບ້ານຂອງໂຮງງານໄຟຟ້າໂຊລາຣເຊລພາກພື້ນດິນທີ່ໃຫຍ່ທີ່ສຸດໃນໂລກຢ່າງ Longyangxia Dam Solar Park 

ແຫລ່ງຂ່າວ: www.digitaltrends.com