spot_img
Homeຂ່າວທ້ອງຖິ່ນໂຮງຮຽນຊົນເຜົ່າ ແຂວງອຸດົມໄຊ ໄດ້ອາຄານຮຽນຫຼັງໃໝ່ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກສົມເດັດພະເທບ

ໂຮງຮຽນຊົນເຜົ່າ ແຂວງອຸດົມໄຊ ໄດ້ອາຄານຮຽນຫຼັງໃໝ່ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກສົມເດັດພະເທບ

Published on

ຕອນແລງວັນທີ 3 ຕຸລາ 2016 ນີ້ຢູ່ທີ່ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໄດ້ມີພິທີມອບ-ຮັບ ອາຄານຮຽນຫຼັງໃໝ່ ລະຫວ່າງບໍລິດສັດກະດິງໄຊ ຈຳກັດກັບໂຮງຮຽນສາມັນກິນນອນຊົນເຜົ່າຊຶ່ງພິທີດັ່ງກ່າວມີທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງໆອຸດົມໄຊ, ທ່ານ ນົບພະດົນ ເທບພິທັກ ເອກອັກຄະລາຊະທູດ ແຫ່ງລາຊະອານາຈັກໄທ ປະຈຳ ສປປ ລາວ, ການນຳຈາກສູນກາງ ອຳນວຍການບໍລິສັດໂຕໂຢຕາ ປະຈຳປະເທດໄທ, ເລຂາທິການສະມາຄົມລາວ- ໄທ, ໄທ-ລາວເພື່ອມິດຕະພາບ, ການນຳ ຂອງແຂວງອຸດົມໄຊ, ບໍລິສັດຜູ້ຮັບເໝົາ ໂຄງການກໍ່ສ້າງອາຄານຮຽນ,ອຳນວຍການໂຮງຮຽນ, ພະນັກງານຄູ ອາຈານແລະນ້ອງນັກຮຽນພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.

ອາຄານຮຽນຫຼັງໃໝ່ນີ້ແມ່ນໄດ້ຮັບ ການຊ່ວຍເຫຼືອຈາກສົມເດັດພະເທບພະ ຣັດຣາດສຸດາ ສະຫຍາມບໍຣົມຣາດຊະກຸມາລີ ແຫ່ງລາຊະອານາຈັກໄທ ພາຍຫຼັງ ທີ່ທ່ານໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ໂຮງຮຽນສາມັນກິນນອນ ຊົນເຜົ່າ ກໍຄືແຂວງອຸດົມໄຊໃນຄັ້ງວັນທີ 30 ເມສາ 2014 ພ້ອມທັງໃຫ້ທຶນໃນ ການປຸກສ້າງອາຄານຮຽນ 1 ຫຼັງ. ຊຶ່ງ ແມ່ນບໍລິສັດກະດິງໄຊ ຈຳກັດ ເປັນຜູ້ ຮັບເໝົາກໍ່ສ້າງ ໂດຍໄດ້ເລີ່ມຕົ້ນວາງສີລາລືກ ແລະລົງມືກໍ່ສ້າງຕັ້ງແຕ່ນັ້ນເປັນ ຕົ້ນມາ ແລະສຳເລັດໃນວັນທີ 21 ມິຖຸນາ 2016 ນີ້ ໂຮງຮຽນເປັນອາຄານ 2 ຊັ້ນຖາວອນ, ມີ 8 ຫ້ອງຮຽນ, ມີຫ້ອງ ນ້ຳ ນອກ 2 ຫ້ອງ ນອກນັ້ນ ພາຍໃນຍັງປະກອບມີບັນດາເຟີນິເຈີ ທີ່ເປັນໂຕະ, ຕັ່ງ, ອຸປະກອນຮັບໃຊ້ການຮຽນການສອນ ແລະສິ່ງອຳນວຍຄວາມສະດວກອື່ນໆ ເຊັ່ນ: ໄຟຟ້າ ແລະນ້ຳປະປາ ລວມມູນຄ່າ ການກໍ່ສ້າງທັງໝົດ 1,7 ຕື້ກວ່າກີບ ຫຼື 7,7 ລ້ານກວ່າບາດ ສະກຸນເງິນໄທ.

ໂອກາດດັ່ງກ່າວ ທາງບໍລິສັດ ກະດິງໄຊ ຈຳກັດ ຜູ້ຮັບເໝົາໂຄງການກໍ່ສ້າງອາຄານຮຽນໃນຄັ້ງນີ້ ກໍໄດ້ກ່າວມອບໂຄງ ການໃຫ້ກັບໂຮງຮຽນສາມັນກິນນອນ ຊົນເຜົ່າເປັນຜູ້ຊົມໃຊ້ ແລະບູລະນະຮັກສາ   ພ້ອມທັງສັນຍາໃນການປັບປຸງສ້ອມແປງຄືນຫາກມີການເປ່ເພທາງດ້ານ ເຕັກນິກເປັນໄລຍະເວລາ 1 ປີ. ທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງອຸດົມໄຊ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ກັບການຊ່ວຍເຫຼືອຂອງສົມເດັດພະເທບ ພະຣັດຣາດສຸດາ ສະຫຍາມບໍຣົມ ຣາດຊະກຸມາຣີ ພ້ອມທັງມອບໃຫ້ກັບ ໂຮງຮຽນເປັນຜູ້ຊົມໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະຍາວນານສ່ວນທ່ານ ນົບພະດົນ ເທບພິທັກ ເອກອັກຄະລາຊະທູດ ແຫ່ງລາຊະອານາຈັກໄທ ປະຈຳ ສປປ ລາວ ຕາງໜ້າຜູ້ໃຫ້ທຶນຊ່ວຍເຫຼືອ ກໍໄດ້ ສະແດງຄວາມດີໃຈທີ່ໄດ້ເປັນສ່ວນໜຶ່ງ ໃນການຍົກລະດັບວຽກງານການສຶກສາ ຢູ່ແຂວງອຸດົມໄຊ ໂດຍສະເພາະແມ່ນຢູ່ ໂຮງຮຽນສາມັນກິນນອນຊົນເຜົ່າໃຫ້ມີ ບາດກ້າວຂະຫຍາຍຕົວ.

ທີ່ມາ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...