spot_img
Homeຂ່າວພາຍ​ໃນໂຮງງານແປ້ງມັນຕົ້ນ ຕິດໜີ້ຊາວກະສິກອນ ວອນລັດຖະບານແກ້ໄຂຊ່ວຍ!

ໂຮງງານແປ້ງມັນຕົ້ນ ຕິດໜີ້ຊາວກະສິກອນ ວອນລັດຖະບານແກ້ໄຂຊ່ວຍ!

Published on

 

2d63iraa copy
(ພາບປະກອບ)

 

ກະສິກອນປູກມັນຕົ້ນໃນຫລາຍທ້ອງຖິ່ນຕ້ອງການໃຫ້ລັດຖະບານ ຍື່ນມືເຂົ້າມາຊ່ວຍແກ້ໄຂບັນຫາໜີ້ສີນ

ຂອງພວກເຂົາ ທີ່ຍັງບໍ່ມີຄວາມສາມາດຫາເງິນມາຊຳລະຄືນໃຫ້ກັບທະນາຄານ, ພາຍຫລັງບໍລິສັດຜະລິດ

ແປ້ງມັນຕົ້ນແຫ່ງໜຶ່ງໃນເຂດບ້ານນາຊອນ (ຫລັກ 46) ເມືອງປາກງື່ມ, ນະຄອນຫລວງວຽງຈັນບໍ່ຈ່າຍເງິນ

ໃຫ້ພວກເຂົາມາຫລາຍແລ້ວ ເຊິ່ງລວມມູນຄ່າຫລາຍສີບຕື້ກີບ ອັນໄດ້ສ້າງຄວາມເດືອດຮ້ອນບໍ່ໜ້ອຍຕໍ່ກັບ

ສະພາບການຜະລິດ ແລະ ຊີວິດການເປັນຢູ່ດ້ວຍຄວາມລຳບາກຝືດເຄືອງ ແລະ ບັນຫານີ້, ກໍໄດ້ຖືກຢິບຍົກ

ຂຶ້ນມາສະເໜີຢູ່ໃນກອງປະຊຸມສະພາ ທີ່ພວມດຳເນີນຢູ່ນີ້ວ່າ ລັດຖະບານກໍຄື ທະນາຄານແຫ່ງ ສປປ ລາວ

ຈະມີວີທີທາງ ແລະ ນະໂຍບາຍແນວໃດເພື່ອຊ່ວຍແກ້ບັນຫາດັ່ງກ່າວ, ໂດຍສະເພາະກໍແມ່ນການຊ່ວຍເຫລືອ

ປະຊາຊົນ ກໍຄືກະສິກອນທີ່ອັບປະໂຫຍດ ຈາກການຖືກນັກລົງທຶນຕົວະຕົ້ມແບບນີ້. ຊຶ່ງກະສິກອນສ່ວນໃຫຍ່

ລ້ວນແຕ່ໄດ້ກູ້ຢືມເງິນນຳທະນາຄານຂອງລັດເປັນຕົ້ນ: ທະນາຄານນະໂຍບາຍ ແລະ ທະນາຄານສົ່ງເສີມກະສິ

ກຳມາລົງທຶນໃສ່ການຜະລິດ.

 

ທ່ານຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ສົມພາວ ໄຟສິດ ໄດ້ກ່າວຕໍ່ບັນຫານີ້ວ່າ: ບໍລິສັດດັ່ງກ່າວບໍ່ພຽງ

ແຕ່ມີໜີ້ກັບກະສິກອນເທົ່ານັ້ນ, ແມ່ນຍັງມີໜີ້ກັບທະນາຄານເປັນຈຳນວນຫລາຍເຊັ່ນກັນ ເຊິ່ງໄລຍະຜ່ານ

ມາກໍມີພາກລັດກ່ຽວຂ້ອງ ໄດ້ລົງໄປຫາບໍລິສັດຫລາຍຄັ້ງເພື່ອຊຸກຍູ້ໃຫ້ເຈົ້າຂອງບໍລິສັດຮີບຮ້ອນຊອກຫາເງິນ

ມາຊຳລະໜີ້ໃຫ້ແກ່ຊາວກະສິກອນ ແລະ ທະນາຄານ ແຕ່ບໍລິສັດດັ່ງກ່າວກໍຍັງບໍ່ທັນມີຄວາມສາມາດແກ້ໄຂ

ໄດ້, ແຕ່ແນວໃດກໍຕາມ, ໃນເບື້ອງການຊ່ວຍເຫລືອກະສິກອນທີ່ເປັນໜີ້ທະນາຄານຂອງລັດນີ້, ແມ່ນຈະໄດ້

ນຳໃຊ້ວິທີການຊ່ວຍເຫລືອ ຄືກັນກັບກະສິກອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ດ້ວຍຮູບການຫລຸດ

ອັດຕາດອກເບ້ຍ ຫລື ເລື້ອນເວລາການຊຳລະໜີ້ອອກໄປເຫລົ່ານີ້ເປັນຕົ້ນ.

 

ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...