spot_img
Homeຂ່າວທ້ອງຖິ່ນໂຮງງານກັ່ນນໍ້າມັນຈະທົດລອງຜະ ລິດນ້ຳມັນເຊື້ອໄຟທ້າຍເດືອນນີ້

ໂຮງງານກັ່ນນໍ້າມັນຈະທົດລອງຜະ ລິດນ້ຳມັນເຊື້ອໄຟທ້າຍເດືອນນີ້

Published on

ໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງລາວ ຈະທົດລອງຜະລິດນ້ຳມັນເຊື້ອໄຟ ໃນວັນທີ 30 ພະຈິກ 2020 ທີ່ຈະມາເຖິງນີ້, ພາຍຫຼັງໄດ້ເລີ່ມກໍ່ສ້າງໃນປີ 2015, ຊຶ່ງໂຮງງານກັ່ນນໍ້າມັນແຫ່ງນີ້ ຈະຊ່ວຍຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ ພ້ອມທັງຫຼຸດຜ່ອນລາຄານ້ຳມັນໃນຕະຫຼາດພາຍໃນນຳອີກ, ໂດຍຈະຜະລິດ ນ້ຳມັນແອັດຊັງ, ກາຊວນ ແລະ ອາຍແກັດ ໃຫ້ໄດ້ 1 ລ້ານໂຕນຕໍ່ປີ.

ໜັງສືພິມວຽງຈັນທາມ ລາຍງານວ່າ ຮອງຜູ້ອຳນວຍການ ບໍລິສັດເປໂຕຣເຄມີລາວ ຈຳກັດ, ທ່ານ ປານີ ພວງເພັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ຫວ່າງບໍ່ດົນມານີ້ ວ່າ: ໂຮງງານກັ່ນນໍ້າມັນ ຂອງບໍລິສັດເປໂຕຣເຄມີລາວ ຈຳກັດ ຕັ້ງຢູ່ເຂດພັດທະ ນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ,  ໃນເນື້ອທີ່ທັງໝົດ 280.000 ຕາແມັດ, ໂດຍໃຊ້ເງິນລົງທຶນ 179 ລ້ານໂດລາສະຫະລັດ ພາຍໃຕ້ບໍລິສັດເປໂຕຣເຄມີ ລາວ-ຈີນ ແຂວງຢຸນນານ ກັບ ກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນແຂວງຢຸນນານ ຮຸ້ນສ່ວນຈຳກັດ ຖືຮຸ້ນ 75%, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຖືຫຸ້ນ 20% ແລະ ບໍລິສັດຮ່ວມທຶນລາວ-ຈີນຈຳກັດ ຖືຫຸ້ນ 5%,ຊື່ງ ວັດຖຸດິບ ສ່ວນຫຼາຍແມ່ນນຳເຂົ້າມາຈາກປະເທດສິງກະໂປ.

ໃນຫຼາຍປີຜ່ານມາ, ສປປ ລາວ ໄດ້ນຳເຂົ້ານ້ຳມັນເຊື້ອໄຟຫລາຍລ້ານໂຕນຕໍ່ປີ ໃນລາຄາທີ່ສູງຫຼາຍ, ສະນັ້ນ ໂຄງການໂຮງງານກັ່ນນໍ້າມັນເປໂຕຣເຄມີ ຈະຊ່ວຍໃນການຫຼຸດຜ່ອນການນຳເຂົ້ານ້ຳມັນ ແລະ ຫຼຸດຜ່ອນທາງດ້ານລາຄາ. ພ້ອມນີ້, ກໍຍັງສາມາດສ້າງວຽກເຮັດງານທຳໄດ້ຫຼາຍຕຳແໜ່ງ ງານ, ຊຶ່ງປັດຈຸບັນ ມີພະນັກງານເຖິງ 400 ຄົນ, ໃນນັ້ນ, ຄົນລາວປະມານ 100 ຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...