spot_img
Home​ຂ່າວບັນເທິງໂອເລ້ top ແລະ ອາເລັກ i-teens ຮ່ວມໂຕກັນສະເພາະກິດ

ໂອເລ້ top ແລະ ອາເລັກ i-teens ຮ່ວມໂຕກັນສະເພາະກິດ

Published on

           10568901_603671266419250_759236315172267219_n

                 ຖືວ່າເປັນອີກບົດເພງໜຶ່ງທີ່ອອກມາໃນໄລຍະນີ້ ແລະ ເອີ້ນກະແສໄດ້ພໍສົມຄວນ ກັບເພງ: ຍອມເປັນຄົນໂງ່ ທີ່ໜຸ່ມ ໂອເລ້ ທີໂອພີ ເຈົ້າຂອງເພງ ເພາະອາກາດປ່ຽນແປງ ໄດ້ຈັບໄມມາຮ້ອງຮ່ວມກັບ ໜຸ່ມ ອາເລັກ ໄອທີນ ເຈົ້າຂອງຜົນງານເພງ ເລືອກໃຜ ເຊິ່ງເພງ: ຍອມເປັນຄົນໂງ່ນີ້ແມ່ນໂປຣເຈັກພິເສດທີ່ທາງຄ້າຍຕ້ອງການສ້າງສິລະປິນ ໃນຮູບແບບ ດູໂອ. ເຊິ່ງກໍໄດ້ເຊື້ອເຊີນເອັາສອງໜຸ່ມນີ້ມາຂັບຮ້ອງເພງດັ່ງກ່າວ

ເພງ: ຍອມເປັນຄົນໂງ່ ແມ່ນແຕ່ງໂດຍ: ຜິວພອນ ພົມມີໄຊ ເຊິ່ງມີເນື້ອຫາເວົ້າເຖິງ: ຄວາມຮັກຂອງຜູ້ຊາຍຄົນໜຶ່ງ ທີ່ຍອມເຮັດທຸກໆຢ່າງເພື່ອໃຫ້ໄດ້ຍິງສາວຄົນທີ່ຮັກມາຄຽງຂ້າງ ແລະ ບໍ່ຍອມເສຍສາວຄົນທີ່ຮັກຄົນນັ້ນ ໄປເຖິງວ່າໃຜຈະວ່າເປັນຄົນໂງ່ກໍຕາມ

ສຳລັບມິວສິກວີດີໂອ ແມ່ນຖ່າຍທຳສຳເລັດແລ້ວ ເຊິ່ງໄດ້ ສາວຕັກ ຈັນສຸດາ ອາດວົງສາ ມາສະແດງຮ່ວມກັບ ໜຸ່ມ ນູ່ 831 ເປັນເທື່ອທຳອິດ ເຊິ່ງມີລັກສະນະ ລະຄອນ ຊ້ອນ ລະຄອນ ເຊິ່ງຄາດວ່າຈະໄດ້ຮັບຊົມກັນ ກ່ອນອອກພັນສານີ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...