spot_img
Homeຂ່າວພາຍ​ໃນໂອລິມປິກ 2016 ປະກາດປິດສະລອຍນ້ຳສີຂຽວແລ້ວ

ໂອລິມປິກ 2016 ປະກາດປິດສະລອຍນ້ຳສີຂຽວແລ້ວ

Published on

ເວັບໄຊ ມີເຣີ ລາຍງານວ່າ ສະທີ່ຖືກປິດໄປນັ້ນ ຄືສະວລອຍນ້ຳທີ່ໃຊ້ໃນການແຂ່ງຂັນໂດດນ້ຳ ເຊິ່ງກາຍເປັນສີຂາວຕັ້ງແຕ່ວັນທີ 9 ສິງຫາ ທີ່ຜ່ານມາ ເຊິ່ງໄດ້ສ້າງຄວາມມຶນງົງ ແລະ ເກີດຄວາມກັງວົນໃນຕົວນັກກີລາ ແລະ ຜູ້ຊົມ ຕະຫຼອດຮອດຜູ້ຊ່ຽວຊານດ້ານສຸຂະພາບ ເຖິງແມ່ນວ່າຄະນະກຳມະການຖະແຫຼງການວ່າ ການປ່ຽນສີຂອງນ້ຳໃນສະລອຍນ້ຳຈະບໍ່ມີຜົນແຕ່ສຸຂະພາບ ແລະ ຍັງສາມາດຈັດການແຂ່ງຂັນໄປຕາມປົກກະຕິກໍ່ຕາມ

ຢ່າງໃດກໍ່ຕາມ ຍັງມີລາຍງານວ່າສະລອຍນ້ຳສຳລັບການແຂ່ງຂັນກີລາໂປໂລນ້ຳ ເຊິ່ງປ່ຽນເປັນສີຂຽວຄືກັນ ຈະຖືກປິດ ຫຼື ບໍ່ ເຖິງແມ່ນວ່າຈະມີສຽງຈາກນັກກີລາໂປໂລນ້ຳ ຢ່າງ ໂທນີ ອະຊີວີໂດ ຫົວໜ້າທີມຊາດສະຫະລັດອາເມລິກາ ແລະ ເກີໂກຊາລັນກີ ຈາກຮົງກາລີ ບອກເປັນສຽງດຽວກັນວ່າ ຮູ້ສຶກແສບຕາຫຼັງຈາກລົງແຂ່ງຂັນໃນສະນ້ຳດັ່ງກ່າວ ອາດຄາດວ່າເກີດຈາກການເຕີມ ຄໍຣລີນເພີ່ມລົງໄປເພື່ອຢຸດບໍ່ໃຫ້ນ້ຳເປັນສີຂຽວ ແຕ່ຍັງບໍ່ຊັດເຈນວ່າເກີດຈາກສານອື່ນນຳ ຫຼື ບໍ່

oy2 oy3

ຂ່າວຈາກ: http://hilight.kapook.com/view/140788

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...