ໂສກນາຕະກຳຖໍ້າປິວ ແມ່ນຜົນງານການປ່ວງບ້າ ຂອງໂຈນອາກາດຈັກກະພັດ ຂ້າຜູ້ບໍລິສຸດ 374 ຄົນໃນສ້ຽວວິນາທີ

 

ເລີ່ມແຕ່ປີ 1964 (ສົງຄາມເພີ່ມທະວີຢູ່ລາວ) ຂອງອາເມລິກາ ແລະ ລູກມື ຫວັງດັບມອດຂະບວນການຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດແຫ່ງຊາດ ຂອງປະຊາຊົນເຮົາ; ໄດ້ເພີ່ມທະວີຄວາມດຸເດືອດ ແລະ ຮຸນແຮງເລື້ອຍໆ, ພວກເຂົາ ໄດ້ເປີດສາກບຸກໂຈມຕີເຂົ້າເຂດປົດປ່ອຍ ຂອງກ່ຳລັງຮັກຊາດ ດ້ວຍຫຼາຍບັ້ນຮົບໃນຂອບເຂດທົ່ວປະເທດ. ຢູ່ຊຽງຂວາງ, ພວກເຂົາໄດ້ເປີດຫຼາຍບັ້ນຮົບ ດ້ວຍຍຸດໂທບາຍ 3 ກ້ຽງ, ຂ້າກ້ຽງ, ທຳລາຍກ້ຽງ,ດັບສູນກ້ຽງ. ແຕ່ຍຸດທະສາດບຽດຍຶດຂອງພວກເຂົາ; ເຂດປົດປ່ອຍຂອງພວກເຮົາ ໄດ້ຖືກກຳລັງຮັກຊາດ ແລະ ປະຊາຊົນເຮົາ ຕໍ່ຕ້ານຢັນຄືນຢ່າງດຸເດືອດ ພິລະອາດຫານ, ສາມາດຕີຖອຍ ແລະ ເປີດກວ້າງເຂດປົດປ່ອຍຂຶ້ນເລື້ອຍໆ; ພາຍໃຕ້ການນຳພາຂອງສູນກາງພັກ ໂດຍສະເພາະຂອງຄະນະພັກການທະຫານແຂວງຊຽງຂວາງ ໂດຍແມ່ນ ທ່ານ ສະໝານ ວິຍະເກດ ເປັນຜູ້ບັນຊາການສູງສຸດ, ສາມາດທັບມ້າງກົນອຸບາຍບຽດຢຶດ ເຂດປົດປ່ອຍຂອງພວກເຂົາ ໃຫ້ປະລາໄຊລົງ. ຍ້ອນການປະລາໄຊອັນເຈັບແສບ ຢູ່ບັ້ນຮົບຕ່າງໆນັ້ນ; ພວກເຂົາຈຶ່ງເພີ່ມທະວີຝູງຍົນສູ້ຮົບຍິງທຳລາຍເຜົາຜານເຂດປົດປ່ວຍຢ່າງປ່ວງບ້າ, ໃຊ້ຍົນຖິ້ມລະເບີດຢ່າງບໍ່ເລືອກເປົ້າໝາຍ, ຕະຫຼອດຮອດ ເຮືອນຊານບ້ານຊ່ອງຂອງປະຊາຊົນ, ໂຮງຮຽນ, ໂຮງໝໍ, ວັດວາອາຮາມ, ນັບທັງຊີວິດ ແລະ ຊັບສິນຂອງປະຊາຊົນ ຈົນນັບບໍ່ຖ້ວນ. ໃນນັ້ນ ມີເຫດການໜຶ່ງ ທີ່ທຸກຄົນອາດລືມບໍ່ໄດ້ ນັ້ນກໍ່ຄື: ໂສກອະນາດຕະກຳ ຈາກການຍິງລູກສອນໄຟໃສ່ຖ້ຳປິວເມືອງຄຳ, ແຂວງຊຽງຂວາງ ຂອງກຳລັງອາກາດສະຫະລັດອາເມລິກາ ໃນມື້ວັນທີ່ 24 ພະຈິກ 1968 ໄດ້ເຂ່ັນຂ້າປະຊາຊົນທີ່ລີ້ໄພຢູ່ໃນນັ້ນ ເສຍຊີວິດພາບດຽວ 374 ຄົນ ໃນພຽງສ້ຽວວິນາທີ ເຊິ່ງເປັນການດັບສູນປະຊາຊົນກໍວ່າໄດ້ ບາງຄອບຄົວຕາຍກ້ຽງ ບໍ່ເຫຼືອແມ່ນແຕ່ຜູ້ຈະສືບທອດວົງຕະກູນ, ບາງຄອບຄົວເຫຼືອພຽງຄົນດຽວ ຫຼືຜູ້ທີ່ເຫຼືອແມ່ນຜູ້ທີ່ອອກຈາກຖ້ຳເພື່ອໄປຊອກຢູ່ຫາກິນເທົ່ານັ້ນ.

ດັ່ງນັ້ນ ໃນວັນທີ່ 24 ​ເດືອນ​ພະ​ຈິກຂອງທຸກໆປີ ຈຶ່ງກາຍເປັນວັນຄຽດແຄ້ນສົງຄາມຮຸກຮານ, ເປັນວັນລະນຶກ ແລະ ໄວ້ອາໄລ ເຖິງດວງວິນຍານຂອງພໍ່ແມ່ປະຊາຊົນຜູ້ບໍລີສຸດ ເຊິ່ງຕົກເປັນເຫຍື່ອເຄາະຮ້າຍຈາກເຫດການຄັ້ງນັ້ນ. ພວກເພິ່ນໄດ້ສະຫຼະຊີວິດ, ເລືອດເນື້ອ ເພື່ອເອກະລາດແຫ່ງຊາດ, ເພື່ອ ຄວາມສົມດູນພູນສຸກຂອງພວກເຮົາໃນວັນນີ້.

​ແຫຼ່ງທ່ອງ​ທ່ຽວ​ຖ້ຳ​ປີວ​ນີ້ ຍັງ​ຈະ​ຕ້ອງ​ໄດ້​ປັບປຸງ​ເສັ້ນທາງ​ເຂົ້າ​ໃຫ້​ມີ​ຄວາມ​ສະດວກ​ສະບາຍ​ຂຶ້ນ ​ແລະ ສາມາດ​ຮອງ​ຮັບ​ໃຫ້​ແກ່​ງານ​ບຸນຖ້ຳ​ປິວ​ແຫ່ງ​ນີ້ ​ແລະ ຍັງ​ຈະ​ໄດ້​ປັບປຸງ​ສິ່ງ​ຮອງ​ຮັບ​ຕ່າງໆ ​ເຊັນ: ຫ້ອງ​ນ້ຳ, ຮ້ານອາຫານ ແລະສິ່ງອຳນວຍຄວາມສະດວກອື່ນໆຕື່ມອີີກ…

14054064_604740983042784_8611318313077787427_n