spot_img
Homeເກັບຕົກ-ເລື່ອງແປກໂລກໂຊຊຽວທີ່ຍີ່ປຸ່ນຮືຮາ ກ່ຽວກັບປະກົດການເມກຊົງກົມ

ໂລກໂຊຊຽວທີ່ຍີ່ປຸ່ນຮືຮາ ກ່ຽວກັບປະກົດການເມກຊົງກົມ

Published on

ເມື່ອວັນທີ 11 ທັນວາ 2016 ເຟສບຸກເພສ ສຳຫຼວດໂລກ ໄດ້ເຜີຍພາບສຸດແປກຕາທີ່ເກີດເປັນກະແສຮືຮາໃນໂລກໂຊຊຽວຂອງຍີ່ປຸ່ນ ຫຼັງຈາກມີສາວເຈົ້າຂອງບັນຊີທະວິດເຕີ @pmxpvrtmx ພົບເຫັນກ້ອນເມກຮູບຊົງປະຫຼາດ ລັກສະນະເປັນຊົງກົມຂະໜາດໃຫຍ່ ລອຍເດັ່ນຢູ່ເໜືອບໍລິເວນທ້ອງຟ້າໃນເມືອງ ຟຸຈິຊະວະ ແຂວງຂະນະວະງະ ປະເທດຍີ່ປຸ່ນ ກ່ອນທີ່ນາງຈະຟ້າວບັນທຶກພາບນຳມາໂພສຕລົງທີ່ IG ຂອງນາງ

ພາຍຫຼັງທີ່ນາງໂພສຕຮູບພາບດັ່ງກ່າວ ກໍ່ມີຜູ້ຄົນຈຳນວນຫຼາຍເຂົ້າມາກົດໄລນ໌ ກົດແຊຣ ພ້ອມທັງສະແດງຄວາມຄິດເຫັນຕ່າງໆ ແລະ ກໍ່ພາກັນສົງໃສວ່າມັນຄືປະກົດການຫຍັງແທ້ ໂດຍໄດ້ມີຜູ້ຊ່ຽວຊານບາງຄົນອອກມາເປີດເຜີຍວ່າ ກ້ອນເມກທີ່ພົບນັ້ນຄາດວ່າອາດຈະເປັນຜົນມາຈາກເມກມ້ວນ ແຕ່ທັງນີ້ ສ່ວນຫຼາຍເມກມ້ວນທີ່ເຄີຍພົບຈະມີລັກສະນະເປັນແນວຍາວ ບໍ່ແມ່ນກ້ອນກົມແບບນີ້
01_12

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...