spot_img
Homeຂ່າວຕ່າງປະເທດໂນວັກ ໂຍໂຄວິດ ນັກເທັນນິດມື 1 ຂອງໂລກ ໄດ້ອອກຈາກອົດສະຕຣາລີແລ້ວ!

ໂນວັກ ໂຍໂຄວິດ ນັກເທັນນິດມື 1 ຂອງໂລກ ໄດ້ອອກຈາກອົດສະຕຣາລີແລ້ວ!

Published on

ໃນວັນທີ  16 ມັງກອນ 2022 ສຳນັກຂ່າວ BBC ໄດ້ລາຍງານວ່າ: ໂນວັກ ໂຍໂຄວິດ ນັກເທັນນິດມື 1 ຂອງໂລກຊາວເຊີເບຍ ເຈົ້າຂອງແຊ໋ມອົດສະຕຣາລີ ໂອເພັ້ນ 9 ສະໄໝ ໄດ້ບິນອອກຈາກປະເທດອົດສະຕຣາລີ ເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກສານຕັດສິນຍົກເລິກວີຊ້າເຂົ້າປະເທດ ເນື່ອງຈາກໂນວັກ ໂຍໂຄວິດ ບໍ່ຍອມເປີດເຜີຍສະຖານະ, ການສັກວັກຊີນເຊິ່ງຂັດກັບກົດໝາຍຂອງປະເທດອົດສະຕຣາລີ.

ສຳລັບປະເດັ່ນດັ່ງກ່າວທີ່ເກີດຂຶ້ນສຳລັບມືວາງອັນດັບໜຶ່ງ ເປັນຍ້ອນເຈົ້າໂຕເດີນທາງມາອົດສະຕຣາລີເພື່ອເຂົ້າຮ່ວມການແຂ່ງຂັນລາຍການອົດສະຕຣາລີ

ໂອເພັ້ນ ແກຣນສະແລມ ຄັ້ງທຳອິດຂອງປີ ແຕ່ບໍ່ຍອມເປີດເຜີຍສະຖານະ, ການສັກວັກຊີນປ້ອງກັນໂຄວິດ-19.

ຕໍ່ມາ  ໂນວັກ ໂຍໂຄວິດ ໄດ້ຮັບການຍົກເວັ້ນຈາກຝ່າຍຈັດການແຂ່ງຂັນເປັນກໍລະນີພິເສດ ແຕ່ວ່າລັດຖະບານ ອົດສະຕຣາລີ ບໍ່ເຫັນດີນຳ ເລີຍສັ່ງຍົກເລີກວີຊ້າ ບໍ່ໃຫ້ເດີນທາງເຂົ້າປະເທດ ເຮັດໃຫ້ຕ້ອງໄປກັກໂຕທີ່ໂຮງແຮມໃນນະຄອນເມລເບີນ ເພື່ອຖ້າຜົນການຕັດສິນຂອງສານ.

ຫຼ້າສຸດຜົນການຕັດສິນປາກົດວ່າ: ບັນດາຜູ້ພິພາກສາລົງຄະແນນສຽງເປັນເອກະພາບໃຫ້ຍຶດຂໍ້ກົດໝາຍຂອງທາງການອົດສະຕຣາລີຕາມເດີມ ຈຶ່ງເຮັດໃຫ້ການແຂ່ງຂັນ ລາຍການໂອເພັ້ນ ແກຣນສະແລມ ຄັ້ງທຳອິດຂອງປີ ໃນຄັ້ງນີ້ ບໍ່ມີຊື່ຂອງ ໂຍໂຄວິດ ມາປ້ອງກັນຕຳແໜ່ງຂອງຕົນໄດ້.

ອ້າງອີງ:BBC ThaiBBC

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...