spot_img
Homeມູມໄອທີລາວໂທລະສັບມືຖື Smart Phone ລຸ້ນທຳອິດ ທີ່ມີພາສາລາວ

ໂທລະສັບມືຖື Smart Phone ລຸ້ນທຳອິດ ທີ່ມີພາສາລາວ

Published on

ໂທລະສັບມືຖື Smart Phone ລຸ້ນທຳອິດ ທີ່ມີພາສາລາວ

ດ້ວຍ​ກະແສ​ຕອບ​ຮັບ​ເປັນ​ຢ່າງ​ດີ​ຂອງ​ຜູ້​ຊົມໃຊ້​ໂທລະສັບ​ມື​ຖື Samsung ດັ່ງນັ້ນ ບໍລິສັດ​ຊຳ​ຊຸງ ຈຶ່ງ​ນຳ​ເອົາ Samsung GALAXY Grand ຊຶ່ງ​ເປັນ​ໂທລະສັບ​ມື​ຖື Smart Phone ລຸ້ນ​ທຳ​ອິດ ທີ່​ເປັນ​ພາສາ​ລາວ ຢ່າງ​ສົມບູນ ມາ​ໃນ​ເຄື່ອງ ມີ​ເມ​ນູ​ພາສາ​ລາວ ມີ​ແປ້ນ​ພິມ​ພາສາ​ລາວ ແລະ ສາມາດ​ອ່ານ​ພາສາ​ລາວ​ໄດ້​ໃນ​ເວັບ​ໄຊ​ຕ່າງໆ.

ໃນ​ຍຸກ​ປັດຈຸບັນ ຜູ້​ໃດ​ຕ້ອງການ​ຄວາມ​ສະດວກ​ສະບາຍ​ວ່ອງໄວ​ທັນໃຈ ໃນ​ການ​ຕິດຕໍ່​ສື່ສານ​ກັນ​ໃນ​ສັງຄົມ ໂທລະສັບ​ມື​ຖື Samsung ເປັນ​ໂທລະສັບ​ມື​ຖື​ທີ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຊົມໃຊ້​ໃນ​ຍຸກ​ປັດຈຸບັນ​ໄດ້​ເປັນ​ຢ່າງ​ດີ ດ້ວຍ​ເທັກ​ໂນ​ໂລ​ຊີ Smart Phone ທີ່​ມີ​ຢູ່​ໃນ​ໂທລະສັບ​ມື​ຖື Samsung ການ​ໃຊ້​ງານ​ທີ່​ໂດດ​ເດັ່ນ​ບໍ່​ຄື​ໃຜ ຈຶ່ງ​ຊ່ວຍ​ໃຫ້​ທ່ານ​ມ່ວນຊື່ນ​ກັບ​ການ​ໃຊ້​ຊີວິດ​ແບບ​ງ່າຍໆ​ພຽງ​ປາຍ​ນິ້ວ​ສຳ​ພັດ ແລະ ບວກ​ກັບ​ການ​ອອກ​ແບບ​ຫຼິ້ນ​ຕ່າງໆ​ທີ່​ທັນ​ສະໄໝ ຈຶ່ງ​ເຮັດ​ໃຫ້​ໂທລະສັບ​ມື​ຖື Samsung ໄດ້​ຮັບ​ຄວາມ​ໄວ້​ວາງໃຈ ແລະ ນິຍົມ​ນຳ​ໃຊ້​ກັນ​ໃນ​ທົ່ວ​ໂລກ.

ປັດຈຸບັນ ທາງ​ບໍລິສັດ Samsung ກຳລັງ​ພັດທະນາ​ໂທລະສັບ​ມື​ຖື Smart Phone ທຸກ​ລຸ້ນ​ທີ່​ກຳລັງ​ຈະ​ອອກ​ມາ​ໃໝ່​ໃຫ້​ມີ​ພາສາ​ລາວ​ໃນ​ເຄື່ອງ ເພື່ອ​ຄວາມ​ສະດວກ​ສະບາຍ​ຂອງ​ຜູ້​ຊົມໃຊ້​ໃນ ​ສປປ ລາວ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...