spot_img
Homeຂ່າວຕ່າງປະເທດໂຕໂຢຕ້າຮຽກຄືນລົດໄຟຟ້າທັງໝົດທີ່ຫາກໍເປີດໂຕໄປຍ້ອນລະບົບລົດມີບັນຫາ

ໂຕໂຢຕ້າຮຽກຄືນລົດໄຟຟ້າທັງໝົດທີ່ຫາກໍເປີດໂຕໄປຍ້ອນລະບົບລົດມີບັນຫາ

Published on

ໂຕໂຢຕ້າ ໄດ້ເກັບລົດໄຟຟ້າຄືນ ທີ່ຫາກໍເປີດໂຕທົ່ວໂລກຈຳນວນ 2.700 ຄັນ ຍ້ອນກັງວົນເລື່ອງບັນຫາລໍ້ຫຼຸດ.

ຈາກການລາຍງານສຳນັກຂ່າວຕ່າງປະເທດ ລາຍງານວ່າ: ບໍລິສັດໂຕໂຢຕ້າ ໄດ້ອອກມາຖະແຫຼງໃນວັນສຸກທີ່ຜ່ານມານີ້ວ່າ ຈະຂໍຮຽກຄືນລົດໄຟຟ້າເອສຢູວີ ລຸ່ນ bZ4X ປະມານຈຳນວນ 2.700 ຄັນ ທັ້ງຢູ່ໃນອາເມຣິກາ, ເອີຣົບ, ການາດາ ແລະ ຍີ່ປຸ່ນ. ເນື່ອງຈາກວ່າມີຄວາມເປັນໄປໄດ້ທີ່ຕີນລໍ້ຂອງລົດລຸ່ນດັ່ງກ່າວນີ້ອາດຈະຫຼຸດອອກ ເຖິງວ່າຈະແລ່ນໃນໄລຍະ 3 ກິໂລແມັດກໍຕາມ, ເຊິ່ງອາດຈະສົ່ງຜົນໃຫ້ລົດຄວບຄຸມບໍ່ໄດ້ ເພີ່ມຄວາມສ່ຽງໃນການເກີດອຸບັດຕິເຫດ ທາງບໍລິສັດຈຶ່ງຮຽກຄືນລົດ ເພື່ອກວດສອບຄວາມປອດໄພ.

ໃນອາທິດນີ້ ທາງບໍລິສັດໂຕໂຢຕ້າລະບຸວ່າ ມີການຫຼຸດຈຳນວນຂອງລົດຫຼຸດລົງ ທີ່ມີແຜນຈະຜະລິດໃນເດືອນໜ້ານີ້ປະມານ 50.000-800.000 ຄັນ ເນື່ອງຈາກບັນຫາການຂາດແຄນຊິປຄອມພິວເຕີ ແລະ ອຸປະກອນທີ່ຈຳເປັນອື່ນໆ ສາເຫດມາຈາກການລະບາດຂອງໂຄວິດ-19.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...