spot_img
Homeລົດຍົນ-ຍານພາຫະນະໂຕໂຍຕ້າ ມິຣາອິ ບໍ່ງໍ້ນ້ຳມັນ

ໂຕໂຍຕ້າ ມິຣາອິ ບໍ່ງໍ້ນ້ຳມັນ

Published on

99i4fQ

“ຈະເກີດຫຍັງຂຶ້ນ ຖ້າຫາກມີສານອື່ນໃດ ທີ່ມີລາຄາຖືກ ແລະມີຄວາມປອດໄພ ມາໃຊ້ກັບເຄື່ອງຈັກແທນນ້ຳມັນ?

ວັນທີ 13 ມັງກອນ 2015 ໂຕໂຍຕ້າ ຄ້າຍລົດຍັກໃຫຍ່ລະດັບໂລກ ເປີດໂຕລົດຊີດານພະລັງງານທາງເລືອກ ທີ່ຍັງບໍ່ມີໃຜລິເລິ່ມຢ່າງຈິງຈັງກັບ ພະລັງງານເຊວເຊື້ອໄຟ ໂດຍລົດລຸ້ນດັ່ງກ່າວມີຊື່ວ່າ “ໂຕໂຍຕ້າ ມິຣາອິ” (TOYOTA MIRAI) ເຊິ່ງເປັນການເຜີຍຊື່ ຮູບໂສມ ແລະສະມັດຖະນະຂອງລຸ້ນ ຈຳໜ່າຍເປັນຄັ້ງທຳອິດ.

0EiluD

ຄຳວ່າ ມິຣາອິ ໃນພາສາຍີ່ປຸ່ນແປວ່າ ອະນາຄົດ ສື່ເຖິງອະນາຄົດ ໂດຍຮູບແບບຂອງມັນ ພັດທະນາມາຈາກລົດຕົ້ນແບບ ໂຕໂຍຕ້າ ເອຟຊີວີ (Toyota FCV) ທາງໜ້າຂອງມັນສະດຸດຕາ ດ້ວຍໄຟໜ້ານ້ອຍຍາວ ພ້ອມຂອບສາມລ່ຽມຂວ້ຳ ທາງຂ້າງແລະກະຈັງໜ້າສີ່ລ່ຽມຄາງໝູ ເສັ້ນສາຍທາງຂ້າງເນັ້ນຄວາມ ວ່ອງໄວ ຊຸ້ມລໍ້ຫຼັງຍື່ນອອກມາເພື່ອຮີດອາກາດໄດ້ດີ ດ້ານຫຼັງມາພ້ອມກັບໄຟທ້າຍຮູບສາມລ່ຽມຂວ້ຳ ພ້ອມກັບເສັ້ນໄຟສີແດງຍາວ ຈົນສຸດລວງ.

wK1eeT

iCaCQ0

ໂຕໂຍຕ້າຍັງບໍ່ໄດ້ເປີດເຜີຍໂຕເລກ ດ້ານສະມັດຖະນະຂອງຂອງມັນທໍ່ໃດ ພຽງແຕ່ເຜີຍວ່າມັນສາມາດແລ່ນໄດ້ ເປັນໄລຍະທາງໄກເຖິງ 483 ກິໂລແມັດ ຕໍ່ການຕື່ມພະລັງງານໄຮໂດຣເຈນ ຄັ້ງໜຶ່ງ ສ່ວນຂັ້ນຕອນການຕື່ມໄຮໂດຣເຈນນັ້ນ ກໍບໍ່ໄດ້ຍາວນານຄືທີ່ຄິດ ໂດຍໃຊ້ເວລາບໍ່ເກີນ 5 ນາທີ ຕໍ່ເທື່ອ ເຊິ່ງເຮັດໃຫ້ໃຊ້ງານໄດ້ສະດວກ ບໍ່ຕ່າງຈາກການໃສ່ນ້ຳມັນຢູ່ປ້ຳເລີຍ.

ໂຕໂຍຕ້າ ມິຣາອິ ໃຊ້ລະບົບຟິວເຊລ ໃນການສ້າງພະລັງງານຂັບເຄື່ອນ ໂດຍການນຳເອົາອອກຊີເຈນ ໄປປະສົມກັບໄຮໂດຣເຈນສຳລັບສ້າງກະແສໄຟ ເພື່ອໃຊ້ຂັບເຄື່ອນມໍເຕີໄຟຟ້າ ໃຫ້ລົດເຄື່ອນທີ່.

img_what2_1

 

ດ້ານສະມັດຖະນະກໍບໍ່ໜ້ອຍໜ້ານ້ຳມັນ ເພາະ Mirai ສາມາດເລັ່ງຄວາມໄວຈາກ 0-100 ກິໂລແມັດ/ຊົ່ວໂມງ ໄດ້ພາຍໃນເວລາປະມານ 9 ວິນາທີເທົ່ານັ້ນ ຂະນະທີ່ລະບົບຟິວເຊລ ສາມາດຜະລິດກຳລັງສູງສຸດໄດ້ 155 ແຮງມ້າ ລວມເຖິງສາມາດຕິດຈັກໄດ້ ແມ່ນແຕ່ອຸນຫະພູມໜາວລະດັບ -22 ອົງສາໄດ້.

P4wUA9

ເຖິງແມ່ນວ່າຈະຍັງບໍ່ມີການເປີດເຜີຍ ລາຄາຢ່າງເປັນທາງການໃນຂະນະນີ້ ແຕ່ກໍຄາດວ່າ ໂຕໂຍຕ້າ ມິຣາອິ ຈະມີລາຄາເລິ່ມຕົ້ນຢູ່ທີ່ 7 ລ້ານເຢນ ຫຼື ປະມານ 475 ລ້ານກີບ.

ຂອບໃຈແລະອ່ານຂໍ້ມູນລາຍລະອຽດຕື່ມ ທີ່ລີ້ງຕໍ່ໄປນີ້: http://sator4u.com/paper/1728

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...