spot_img
Homeຂ່າວຕ່າງປະເທດໂດຣນັລ ທຣໍ້າ ຈະບໍ່ເລັ່ງຕໍ່ການປົດອາວຸດນີວເຄຍຂອງ ເກົາຫຼີເໜືອ

ໂດຣນັລ ທຣໍ້າ ຈະບໍ່ເລັ່ງຕໍ່ການປົດອາວຸດນີວເຄຍຂອງ ເກົາຫຼີເໜືອ

Published on

ວັນທີ 28 ກຸມພາ 2019 ເປັນວັນສີ້ນສຸດຂອງການປະຊຸມພົບປະຫາລືກັນລະຫວ່າງຜູ້ນໍາສູງສຸດຂອງ ເກົາຫຼີເໜືອ ກັບ ໂດຣນັລ ທຣໍ້າ ປະທານາທິບໍດີແຫ່ງ ສະຫະລັດອາເມຣິກາ ເຊິ່ງການພົບປະຫາລືຄັ້ງທີ II ທີ່ໂຮງແຮມໂຊຟິເທວ ເລເກັນ ເມໂທຣໂພ, ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍໄດ້ດໍາເນີນເປັນທາງການເປັນເວລາ 2 ວັນດ້ວຍກັນ.

ສໍານັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 28 ກຸມພາ 2019 ວ່າ ໂດຣນັລ ທຣໍ້າ ກ່າວໃນລະຫວ່າງການຖະແຫຼງວ່າ: “ຂະບວນການປົດອາວຸດນິວເຄຍເປັນເລື່ອງລະອຽດອ່ອນ, ຕ້ອງຮອບຄອບ ແລະ ຕົນຈະບໍ່ເລັ່ງລັດ. ໃນການເປີດຫ້ອງການປະສານງານເປັນສິ່ງທີ່ດີຫຼາຍ ແລະ ການປຶກສາຫາລືກັບ ເກົາຫຼີເຫຼືອ ກໍປະສົບຜົນສຳເລັດຢ່າງຫຼວງຫຼາຍ”. ດ້ານ ຄີມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ກ່າວວ່າ: “ຍັງໄວເກີນໄປ ທີ່ຈະຢືນຢັນບັນຫາທີ່ເປັນປະເດັນກ່ຽວກັບຂໍ້ຕົກລົງ ເລື່ອງການປົດອາວຸດນິວເຄຍ ແຕ່ສ່ວນຕົວບໍ່ໄດ້ຕີລາຕໍ່ບັນຫາດັ່ງກ່າວໃນດ້ານລົບ ແລະ ເຊື່ອວ່າຜົນການພົບປະຫາລືໃນຄັ້ງນີ້ຈະອອກມາດີ ຖ້າຕົນເອງບໍ່ພ້ອມທີ່ຈະປົດອາວຸດ ຕົນເອງກໍຈະບໍ່ມາຢູ່ນີ້ໃນເວລານີ້”.

ຂະນະທີ່ທຳນຽບຂາວເປີດເຜີຍວ່າ: ຜູ້ນຳທັງສອງປະເທດມີກຳນົດການລົງນາມຮ່ວມກັນໃນຂໍ້ຕົກລົງສະບັບໜຶ່ງ ຫຼັງຈາກນັ້ນ, ທ່ານ ໂດຣນັລ ທຣໍ້າ ຈະຖະແຫຼງຕອບຄຳຖາມຈາກນັກຂ່າວ ເຊິ່ງເປັນຂັ້ນຕອນແບບດຽວກັບຢູ່ສິງກະໂປ ເມື່ອປີທີ່ຜ່ານມາ. ຢ່າງໃດກໍ່ຕາມ ຍັງບໍ່ມີຝ່າຍໃດຍອມໃຫ້ຂໍ້ມູນວ່າເນື້ອໃນຂອງຂໍ້ຕົກລົງຈະມີເລື່ອງ ການຢຸດຕິຢ່າງເປັນທາງການຂອງສົງຄາມເກົາຫຼີ ຫຼື ບໍ່ ເນື່ອງຈາກໃນທາງເສດຖະກິດຍັງຖືວ່າ ອາເມລິກາ ກັບ ເກົາຫຼີໃຕ້ ແລະ ເກົາຫຼີເໜືອ ລວມເຖິງ ສປ ຈີນ ຍັງມີສະຖານະເປັນປະເທດຄູ່ກໍລະນີຂອງສົງຄາມເກົາຫຼີ ລະຫວ່າງປີ 1950-1953 ທີ່ລົງນາມດ້ວຍຂໍ້ຕົກລົງຢຸດຍິງ ບໍ່ແມ່ນສົນທິສັນຍາສັນຕິພາບ.

ຂ່າວລາຍງານຕື່ມວ່າ: ຫຼາຍຝ່າຍຍັງຕີລາຄາວ່າແຮງກົດດັນໃນກອງປະຊຸມຄັ້ງນີ້ ຢູ່ທີ່ ໂດຣນັລ ທຣໍ້າ ຫຼາຍກວ່າ ເພາະນັບຕັ້ງແຕ່ການພົບປະກັນທີ່ສິງກະໂປ ບັນຫາການປົດອາວຸດນິວເຄຍເກືອບບໍ່ມີຄວາມຄືບໜ້າເປັນຮູບປະທຳ ແລະ ການປະຊຸມຄັ້ງນີ້ກໍມີການຢຸດຕິລົງໄວກວ່າເວລາກໍານົດເກືອບ 2 ຊົ່ວໂມງ ໂດຍບໍ່ມີການລົງນາມໃນຂໍ້ຕົກລົງໃດຮ່ວມກັນ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: dailynews.co.th, AFP,AP

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...