spot_img
Homeຂ່າວຕ່າງປະເທດໂຈ ໄບເດນຢືນຢັນບໍ່ແບ່ງວັກຊີນໂຄວິດ-19 ໃຫ້ປະເທດໃນເອີຣົບຈະເກັບໄວ້ຊັກໃຫ້ຄົນອາເມລິກາ

ໂຈ ໄບເດນຢືນຢັນບໍ່ແບ່ງວັກຊີນໂຄວິດ-19 ໃຫ້ປະເທດໃນເອີຣົບຈະເກັບໄວ້ຊັກໃຫ້ຄົນອາເມລິກາ

Published on

ເຈົ້າໜ້າທີ່ຂອງອາເມລິກາເປີດເຜີຍເມື່ອວັນທີ 12 ມີນາ 2021 ວ່າ: ລັດຖະບານຈະກັກຕຸນວັນຊີນປ້ອງກັນໂຄວິດ-19 ທີ່ຜະລິດໂດຍບໍລິສັດແອສຕຣ້າເຊນເນກ້າໄວ້ ເຖິງແມ່ນວ່າວັກຊີນດັ່ງກ່າວຈະບໍ່ໄດ້ຮັບການອະນຸມັດໃຫ້ໃຊ້ໃນອາເມລິກາກໍ່ຕາມ ເຊິ່ງເປັນການປະຕິເສດແຮງກົດດັນຈາກເອຣົບ ແລະ ຈາກແອສຕຣ້າເຊນເນກ້າທີ່ຈະໃຫ້ອາເມລິກາພິຈາລະນາແບ່ງປັນວັກຊີນດັ່ງກ່າວ.

ວັກຊີນປ້ອງກັນໂຣກໂຄວິດ-19 ຂອງແອສຕຣ້າເຊນເນກ້າຍັງບໍ່ໄດ້ຮັບອະນຸມັດໃນອາເມລິກາ ແຕ່ແອສຕຣ້າເຊນເນກ້າກໍ່ໄດ້ເລີ່ມຜະລິດວັກຊີນດັ່ງກ່າວແລ້ວໃນອາເມລິກາ ເພື່ອທີ່ຈະສົ່ງມອບວັກຊີນຈຳນວນ 300 ລ້ານໂດສຕາມທີ່ລັດຖະບານອາເມລິກາໄດ້ສັ່ງຊື້ໄວ້ໃນປີທີ່ຜ່ານມາ.

AstraZeneca ໄດ້ຮຽກຮ້ອງໃຫ້ປະທານາທິບໍດີ ໄບເດນ ພິຈາລະນາແບ່ງປັນວັກຊີນປ້ອງກັນໂຄວິດ-19 ຂອງບໍລິສັດທີ່ທາງອາເມລິກາມີຢູ່ໃຫ້ກັບສະຫະພາບເອີຣົບ (EU), ເຊິ່ງຫຼາຍປະເທດປະສົບກັບຄວາມຫຍຸ້ງຍາກ ແລະ ໄດ້ມີການອະນຸມັດໃຊ້ວັກຊີນດັ່ງກ່າວແລ້ວ ແຕ່ທ່ານ ໄບເດນ ແລະ ລັດຖະບານອາເມລິກາຢືນຢັນວ່າຈະໃຫ້ຄວາມສຳຄັນກັບປະຊາຊົນອາເມລິກາກ່ອນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...