spot_img
Homeຂ່າວຕ່າງປະເທດໂຄໂຣນາກາຍພັນໃນອິນເດຍແຜ່ກະຈາຍເຊື້ອ 17 ປະເທດ

ໂຄໂຣນາກາຍພັນໃນອິນເດຍແຜ່ກະຈາຍເຊື້ອ 17 ປະເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການອະນາໄມໂລກເຜີຍແຜ່ລາຍງານກ່ຽວກັບສະພາບການແຜ່ລະບາດຂອງໂຄວິດ-19 ໂດຍເນັ້ນຢໍ້າໄປທີ່ສາຍພັນອິນເດຍ “B1617” ພົບໃນລະຫັດພັນທຸກຳຢ່າງໜ້ອຍ 1,200ຕົວຢ່າງ ຈາກຢ່າງໜ້ອຍ 17 ປະເທດ ສ່ວນໃຫຍ່ແມ່ນພົບຢູ່ໃນອິນເດຍເອງ ແລະ ຍັງມີຢູ່ທີ່ອັງກິິດ, ອາເມລິການ ແລະ ສິງກະໂປ.

ອົງການອານາໄມໂລກກ່າວວ່າ ເຊື້ອໄວຣັດໂຄໂຣນ່າກາຍພັນໃນອິນເດຍ “ເປັນສາຍພັນທີ່ໜ້າສົນໃຈ” ແຕ່ຍັງບໍ່ໄດ້ລະບຸວ່າ ເປັນສາຍພັນທີ່ໜ້າວິຕົກກັງວົນ ໝາຍຄວາມວ່າ ເຊື້ອໄວຣັດນັ້້ນມີຄວາມອັນຕະລາຍຫຼາຍກວ່າເຊື້ອໄວຣັດປະເພດດຽວກັນ ແຜ່ລະບາດງ່າຍກວ່າ ເຮັດໃຫ້ເກີດອາການປ່ວຍທີ່ມີຄວາມຮຸນແຮງກວ່າ ການຫຼົບຫຼີກພູມຄຸ້ມກັນຈາກວັກຊີນ ແລະ ການຕິດເຊື້ອຊໍ້າ.

ທັງນີ້, ເຊື້ອໄວຣັດໂຄໂຣນ່າຊະນິດກາຍພັນໃນອິນເດຍ ມີການກາຍພັນຮ່ວມຕຳແໜ່ງ E484Q ແລະ  L452R ລາຍງານຂອງອົງການອານາໄມໂລກລະບຸວ່າ ພົບເຊື້ອໄວຣັດໂຄໂຣນາທີ່ກາຍພັນB1617 ແຜ່ລາມໄວກ່ວາເຊື້ອສາຍພັນອື່ນໆຂອງໄວຣັດໂຄໂຣນາກາຍພັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...