spot_img
Homeຂ່າວຕ່າງປະເທດໂຄວິດ-19 ສາຍພັນ “ໂອໄມຄຣອນ” ມາຮອດກໍາປູເຈຍແລ້ວ

ໂຄວິດ-19 ສາຍພັນ “ໂອໄມຄຣອນ” ມາຮອດກໍາປູເຈຍແລ້ວ

Published on

ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: ກະຊວງສາທາລະນະສຸກຂອງປະເທດກໍາປູເຈຍໄດ້ອອກມາຖະແຫຼງຂ່າວຢືນຢັນວ່າພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມໂອໄມຄຣອນເປັນຄົນທໍາອິດຂອງປະເທດແລ້ວ ໂດຍເປັນແມ່ຍິງກໍາປູເຈຍ ອາຍຸ 23 ປີ ທີ່ເດີນທາງມາຈາກປະເທດ ການາ ໂດຍທີ່ເຄື່ອງບິນໄດ້ລົງຈອດຢູ່ທີ່ປະເທດ ອາຣັບ ແລະ ບາງກອກ ປະເທດໄທ ກ່ອນທີ່ຈະເດີນທາງເຂົ້າປະເທດກໍາປູເຈຍ ໂດຍແມ່ຍິງຄົນນີ້ຖືພາໄດ້ 15 ອາທິດ ແລະ ໄດ້ຖືກນໍາໂຕໄປປິ່ນປົວຕາມອາການຢູ່ທີ່ໂຮງໝໍແລ້ວ.

ເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ຖືກຄົ້ນພົບໃນປະເທດ ອາຟຣິກາໃຕ້ ໃນເດືອນກ່ອນ ແລະ ໃນຕອນນີ້ມີການລາຍງານວ່າມີການລະບາດໄປແລ້ວ 70 ປະເທດໃນທົ່ວໂລກ ໂດຍອົງການອະນາໄມໂລກຄາດວ່າອາດຈະມີການລະບາດໄປແລ້ວເກືອບທົ່ວໂລກ ແຕ່ຍັງກວດບໍ່ພົບ ແລະ ຍັງມີອາການທີ່ບໍ່ຮຸນແຮງ.

ທັງນີ້, ປະເທດກໍາປູເຈຍເອງກໍໄດ້ມີການເປີດຕ້ອນຮັບນັກທ່ອງທ່ຽວຕ່າງຊາດໄດ້ພຽງບໍ່ດົນ ຫຼັງຈາກທີ່ສາມາດສັກວັກຊີນໃຫ້ກັບປະຊາຊົນໄດ້ເຖິງ 88% ຂອງປະຊາກອນຢູ່ໃນປະເທດ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...