spot_img
Homeຂ່າວການພັດທະນາໂຄງການສ້າງສະໜາມບິນອັດຕະປື ຄືບໜ້າເກືອບ 70%

ໂຄງການສ້າງສະໜາມບິນອັດຕະປື ຄືບໜ້າເກືອບ 70%

Published on

ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນອັດ​ຕະ​ປື ພາຍ­ຫຼັງ​ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງໃນ​ເດືອນ​ພຶດ­ສະ­ພາ​ປີ​ແລ້ວ­ນີ້ ມາ​ຮອດ​ປະຈຸ​ບັນ​

ໜ້າ​ວຽກ​ໂດຍ​ລວມ​ມີ​ຄວາມ​ຄືບໜ້າ​ເກືອບ 70% ແລ້ວ ຮອດ 2015 ແຂວງ​ອັດ​ຕະ​ປື​ຈະ​ມີ​ສະ­ໜາມ​ບິນ​ທີ່​ສາມາດ

​ຮອງ​ຮັບ​ສາຍ​ການ­ບິນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໄດ້.

ທ່ານ ໂກ​ແມັກ ແກ້ວ​ຈຳ­ປາ ຫົວ­ໜ້າໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ອັດ​ຕະ​ປືໃຫ້​ຮູ້​ວ່າ:  ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ

ອັດ​ຕະ​ປື​ທີ່​ມີ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 289 ຕື້​ກວ່າ​ກີບ ຫຼື ປະ­ມານ 36,19 ລ້ານ​ໂດ​ລາ​ສະ­ຫະ­ລັດ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະ

ຕິ​ບັດ​ມາ​ແຕ່​ວັນ​ທີ 10 ພຶດ­ສະ­ພາ 2013 ມາ​ຮອດ​ປະ­ຈຸ​ບັນ​ວຽກ​ກໍ່­ສ້າງ​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ທັງ​ໝົດ 66,80%,

ລື່ນ​ແຜນ­ການ 9,19% ຕາມ​ສັນ­ຍາ​ໂຄງການ​ຈະ​ໃຫ້​ສຳ­ເລັດ​ໃນ​ເດືອນ​ພຶດ­ສະ­ພາ 2015.

ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ອັດ​ຕະປື​ແມ່ນ​ໂຄງ­ການ​ໜຶ່ງ​ຂອງ​ລັດ­ຖະ­ບານ ເພື່ອ​ຮອງ​ຮັບ​ເຮືອ­ບິນ​ທັງ​ພາຍ​ໃນ ແລະ

ຕ່າງ­ປະ­ເທດທັງ​ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ​ພັດ­ທະ­ນາ​ເສດ­ຖະ­ກິດŒ-ສັງ­ຄົມ ແລະ ການ­ທ່ອງ­ທ່ຽວ​ຂອງ​ແຂວງ​ອັດ​ຕະ​

ປື​ ກໍຄື​ຂອບ​ເຂດ​ທົ່ວ​ປະ­ເທດ ໂດຍ​ສະ­ເພາະແມ່ນ​ວຽກ​ງານ​ຂົນ­ສົ່ງ​ທາງ​ອາ­ກາດ ທັງນີ້ ໃນ​ໄລ­ຍະ​ຍາວ​ເພື່ອ​ຜັນ​ຂະ­ຫຍາຍ​

ແຜນພັດທະນາເສດ­ຖະ­ກິດ – Œສັງ­ຄົມ​ຂອງ​ລັດ­ຖະ­ບານລາວ​ ປີ 2010-Œ2020 ຕາມ​ທິດ​ນະ­ໂຍ­ບາຍ​ຫັນ ສປປ ລາວ ຈາກ

​ປະ­ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະເລ​ ມາ​ເປັນ​ປະ­ເທດ​ບໍ­ລິ­ການ​ທາງ​ຜ່ານ ແລະ ມີ​ຄວາມ​ມຸ່ງ​ໝັ້ນ​ເພື່ອ​ນຳ­ພາ​ປະເທດ​

ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດທະ​ນາ​ໃນ​ປີ 2020.

ເປົ້າ​ໝາຍ​ໂຄງ­ການ​ກໍ່­ສ້າງ​ສະ­ໜາມບິນ​ອັດ​ຕະ​ປື​ ແມ່ນ​ກໍ່­ສ້າງ​ໃຫ້​ໄດ້​ມາດ​ຕະຖານ​ຂອງ​ກົມ​ການ­ບິນ​ພົນ​ລະ​ເຮືອນ

(MOS2009) ແລະ ມາດ­ຕະ­ຖານ​ສາກົນ (ICAO) ວາງ​ອອກ​ ກໍ​ຄື​ສະ­ໜາມບິນ​ປະ­ເພດ 3C ຊຶ່ງ​ສາ­ມາດ​ຮອງ​ຮັບເຮືອ­

ບິນ​ຂະ­ໜາດ 70 – Œ100 ບ່ອນ​ນັ່ງເຊັ່ນ: ເຮືອ­ບິນ ATR72, Fokker70, MA 60, Fokker100 ຫຼື ທຽບ​ເທົ່າ.

ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ ​ແມ່ນ​ມີ​ຫຼາຍ​ໜ້າ​ວຽກ​ທີ່​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ໃນ​ນັ້ນ ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ກວ່າ​

ໝູ່​ແມ່ນ​ວຽກ​ກໍ່­ສ້າງ​ສະ­ໜາມ​ບິນ 15,86%, ກໍ່­ສ້າງ​ອາ­ຄານ​ຜູ້­ໂດຍ­ສານ 12,46%, ກໍ່­ສ້າງ​ຫໍ​ບັນ­ຊາ​ການ­ບິນ, ສ້າງ​ສະ­ຖາ

­ນີ​ເກັບ​ມ້ຽນ​ພາ­ຫະ­ນະ​ຮັບໃຊ້​ສະ­ໜາມ​ບິນ, ລະ­ບົບ​ນ້ຳ​ໃຊ້, ສ້າງເສັ້ນ­ທາງ​ລານ​ຈອດ​ລົດ ​ໂຄງ​ສ້າງ​ຕ່າງໆນອກ​ອາ­ຄານ​

ສະ­ໜາມ​ບິນ, ກໍ່­ສ້າງŒຕິດຕັ້ງ​ລະ­ບົບ​ໄຟ­ຟ້າ, ທາງ​ເຂົ້າ​ສະ­ໜາມບິນ​, ສ້າງ​ລານ​ຈອດ​ລົດ​, ສ້າງ​ເສັ້ນ­ທາງອ້ອມ​ສະ­ໜາມ

​ບິນ​, ລະ­ບົບ​ລະ­ບາຍ​ນ້ຳ, ລະ­ບົບ​ໄຟ​ສະ­ໜາມ​ບິນ, ສະ­ຖາ­ນີ​ວິ­ທະ­ຍຸ, ສະ­ຖາ­ນີ​ໄຟ­ຟ້າ​ສະ­ໜາມ​ບິນ, ສະ­ຖາ­ນີ​ອຸ­ຕຸນິ­ຍົມ, ຮົ້ວ

​ອ້ອມ​ສະ­ໜາມ​ບິນ ແລະ ຕິດຕັ້ງ​ອຸ­ປະ­ກອນ​ຕ່າງໆ​ຮັບ​ໃຊ້​ສະ­ໜາມ​ບິນ ກໍ່​ກຳ­ລັງ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຕໍ່​ເນື່ອງ.

ແຫຼ່ງຂ່າວ: http://www.sedthakid.la/home/khao/20017.html

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...