spot_img
Homeຂ່າວຕ່າງປະເທດໂຄງການລອຍຂ້າມນໍ້າຂອງ ຂອງໂຕໂນ່ 22 ຕຸລານີ້!!

ໂຄງການລອຍຂ້າມນໍ້າຂອງ ຂອງໂຕໂນ່ 22 ຕຸລານີ້!!

Published on

ເອີ້ນວ່າໄດ້ວ່າເປັນກະແສດຣາມ່າຢ່າງຕໍ່ເນື່ອງ ເມື່ອນັກຮ້ອງ ແລະ ນັກສະແດງໜຸ່ມ ພາຄິນ ຄຳວິໄລສັກ ຫຼື ໂຕໂນ່ປະກາດກິດຈະກຳຊ່ວຍເຫຼືອສັງຄົມ “ONE MAN AND THE RIVER ໜຶ່ງຄົນລອຍ ຫຼາຍຄົນໃຫ້” ພາລະກິດດັ່ງກ່າວເປັນການລອຍຂ້າມແມ່ນ້ຳຂອງຈາກໄທ-ລາວ ເພື່ອລະດົມທຶນການກຸສົນເພື່ອສະຫນັບສະຫນູນໂຮງຫມໍທີ່ທຸກຍາກ ເຊິ່ງປະກອບດ້ວຍ ໂຮງໝໍນະຄອນພະນົມ ແລະ ໂຮງໝໍແຂວງຄຳມ່ວນ ສປປ ລາວ.

ເຊິ່ງກ່ອນໜ້ານີ້ເພິ່ນໄດ້ເດີນທາງມາລາວ ເພື່ອເບິ່ງເສັ້ນທາງການລອຍນ້ຳ ຈຸດຂ້າມລະຫວ່າງ ນະຄອນພະນົມ-ກັບແຂວງຄຳມ່ວນ ພ້ອມແຈ້ງຈຸດປະສົງທີ່ຈະລອຍຂ້າມຂອງມາເປັນທີ່ຮຽບຮ້ອຍແລ້ວ.

ຄວາມມຸ້ງຫວັງຕັ້ງໃຈຂອງໜຸ່ມໂຕໂນ່ຄືເປັນການລອຍນ້ຳ ເພື່ອລະດົມທຶນຊ່ວຍໂຮງໝໍລາວ ແລະໄທ “ຜ່ານໂຄງການ ໜຶ່ງຄົນລອຍຫຼາຍຄົນໃຫ້” ເຊິ່ງຄາດວ່າໄລຍະທາງຂອງການລອຍນ້ຳແມ່ນ 15 ກິໂລແມັດກວ່າ ຕາມແຜນການແມ່ນຈະໄດ້ເລີ່ມລອຍໃນວັນທີ 22 ຕຸລາ 2022 ນີ້.

ໃນນັ້ນນ້ອງຮ້ອງໜຸ່ມຕັ້ງເປົ້າໝາຍວົງເງິນທີ່ຈະລະດົມໄດ້ຈາກການລອຍຂ້າມຂອງຄັ້ງນີ້ທີ່ 10 ລ້ານບາດ ໂດຍຈະມອບໃຫ້ໂຮງໝໍນະຄອນພະນົມ ແລະໂຮງໝໍແຂວງຄຳມ່ວນຂອງ ສປປ ລາວ.

ເຖິງແນວໃດກໍຕາມໜຸ່ມໂຕໂນ່ ໃນວັນທີ 7 ຕຸລາຜ່ານມາໄດ້ໄລສົດຊີ້ແຈງເຖິງເຈດຈຳນົງຂອງຕົນ ແລະຢືນຢັນຈະບໍລົ້ມເລີກຄວາມຕັ້ງໃຈໃນຄັ້ງນີ້ ແມ່ນຢູ່ວ່າການລະດົມທຶນເຮັດໄດ້ໃນຫຼາຍວິທີ ແຕ່ຕົນຖະໜັດດ້ານນີ້ ແລະເຂົ້າໃຈວ່າຕົນກຳລັງເຮັດຫຍັງຢູ່.
ໜຸ່ມໂຕໂນ່ຍັງ ມີຄຳເວົ້າທີ່ໜ້າຊື່ນຊົມອີກວ່າ ຕົນເຊື່ອວ່າໂລກຈະດີຂຶ້ນໄດ້ດ້ວຍການລົງມືເຮັດ ເຊິ່ງຕົນຖະໜັດແບບນີ້ກໍ່ພະຍາຍາມຊ່ວຍໃນສິ່ງທີ່ຕົນພໍຈະເຮັດໄດ້.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...