spot_img
Homeຂ່າວທ້ອງຖິ່ນໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອກໍານົດກໍ່ສ້າງໃຫ້ສໍາເລັດພາຍໃນ 3 ປີ

ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອກໍານົດກໍ່ສ້າງໃຫ້ສໍາເລັດພາຍໃນ 3 ປີ

Published on

ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ແຕ່ສາມແຍກສີເກີດ ນະຄອນຫຼວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ ມີຄວາມຍາວທັງໝົດ 58 ກິໂລແມັດ ໃນມູນຄ່າກໍ່ສ້າງ 128 ລ້ານໂດລາ ເຊິ່ງມີກໍານົດກໍ່ສ້າງໃຫ້ສໍາເລັດພາຍໃນ 3 ປີ.

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ແຕ່ສາມແຍກສີເກີດ ນະຄອນຫຼວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ ໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕ່ຳ ຈາກສາມສະຖາບັນການເງິນ ຄື: ທະນາຄານໂລກ (World Bank) ໃນມູນຄ່າ 40 ລ້ານໂດລາສະຫະລັດ, ທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ (AIIB) ມູນຄ່າ 40 ລ້ານໂດລາສະຫະລັດ, ກອງທຶນນໍດິກ ເພື່ອການພັດທະນາ (NDF) ມູນຄ່າ 9,5 ລ້ານໂດລາສະຫະລັດ ແລະ ລັດຖະ ບານລາວສົມທົບທັງໝົດ ມູນຄ່າ 38,5 ລ້ານໂດລາສະຫະລັດ ລວມມູນຄ່າໂຄງການກໍ່ສ້າງທັງໝົດ 128 ລ້ານໂດລາສະຫະລັດ ໃນມູນຄ່າລວມໂຄງ ການນີ້ປະກອບມີ: ຄ່າກໍ່ສ້າງ ແລະ ບູລະນະຮັກສາທາງ, ຄ່າເວນຄືນທີ່ດິນ ແລະ ສິ່ງກີດຂວາງ, ຄ່າທີ່ປຶກສາ ແລະ ອື່ນໆ.

ສຳລັບໂຄງສ້າງທາງໄດ້ອອກແບບເປັນໜ້າທາງເບຕົງເສີມເຫຼັກແບ່ງອອກເປັນ 2 ສັນຍາ, ສັນຍາທີ 1 ແຕ່ສາມແຍກສີເກີດ (ກິໂລແມັດທີ 12) ຫາ ບ້ານສົງເປືອຍ (ກິໂລແມັດທີ 31) ແມ່ນປັບປຸງ ແລະ ຂະຫຍາຍໜ້າທາງຈາກ 2 ເລນ ເປັນ 4 ເລນໃຫຍ່, ມີເລນສຳລັບລົດຈັກສອງເບື້ອງເພີ່ມຕື່ມ, ມີທາງ ຍ່າງສອງເບື້ອງສຳລັບຊຸມຊົນ ແລະ ມີດອນກາງທາງ ເຊິ່ງຄວາມກວ້າງຂອງໜ້າທາງທັງໝົດແມ່ນ 23 ແມັດ.

ສັນຍາທີ 2 ແຕ່ບ້ານສົງເປືອຍ (ກິໂລແມັດທີ 31) ຫາ ໂພນໂຮງ (ກິໂລແມັດທີ 70) ປັບປຸງເປັນທາງສອງເລນໃຫຍ່, ມີສອງເລນນ້ອຍ ສຳລັບລົດຈັກສອງເບື້ອງເພີ່ມຕື່ມບໍ່ມີດອນກາງທາງ ແຕ່ມີໄລຍະຫ່າງໃນການແລ່ນສວນກັນ ແລະ ທາງຄົນຍ່າງສຳລັບຊຸມຊົນ ສຳລັບເຂດບໍ່ມີຊຸມຊົນຈະເປັນບ່າທາງທຳມະ ດາບໍ່ມີທາງຄົນຍ່າງ ເຊິ່ງ ຄວາມກວ້າງໜ້າທາງທັງໝົດແມ່ນແຕກຕ່າງກັນຈາກ 13 ແມັດ ຫາ 16 ແມັດ ເປັນໄລຍະໆໄປ.

ພິທີເປີດການກໍ່ສ້າງໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ເໜືອ ສີເກີດ-ໂພນໂຮງ ມີຂຶ້ນເມື່ອວັນທີ  24 ກຸມພາ 2020 ເຊິ່ງ ທ່ານ ລັດສະໝີ ອະລິຍະວົງສິງ ຫົວໜ້າໂຄງການກໍ່ສ້າງ ໂຄງ ການປັບປຸງ ແລະ ສ້ອມແປງທາງເລກທີ 13 ເໜືອ ແຕ່ສີເກີດ-ໂພນໂຮງ ກ່າວໃນພິທີດັ່ງກ່າວວ່າ: ໂຄງການນີ້ເລີ່ມຈາກບ້ານສີເກີດ ຫາ ໂພນໂຮງ ໄລຍະທາງ 58 ກິໂລແມັດ. ສຳລັບພິທີເປີດການກໍ່ສ້າງໂຄງການດັ່ງກ່າວນີ້ ແມ່ນເປັນການເປີດສະໜາມກໍ່ສ້າງໂຄງການໄລຍະທີ 2  (ແຕ່ສົງເປືອຍ-ໂພນໂຮງ) ເຊິ່ງໃນການກໍ່ສ້າງໃຊ້ຮູບແບບເບຕົງເສີມເຫຼັກ ເພື່ອຮັບນໍ້າໜັກການສັນຈອນຕາມມາດຕະຖານຂອງອາຊຽນ ຄື 11 ໂຕນຕໍ່ເພົາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...