spot_img
Homeຂ່າວທ້ອງຖິ່ນໂຄງການກໍ່ສ້າງນ້ຳປະປາແຫ່ງທີ່ 2 ຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ

ໂຄງການກໍ່ສ້າງນ້ຳປະປາແຫ່ງທີ່ 2 ຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ

Published on

ໂຄງການກໍ່ສ້າງນ້ຳປະປາແຫ່ງທີ 2 ຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ຕັ້ງຢູ່ບ້ານສີບຸນເຮືອງ,ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ແຄມແມ່ນ້ຳຂອງ. ປະຈຸບັນແມ່ນກຳລັງວາງທໍ່ນ້ຳປະປາຈາກໂຮງງານເຂົ້າມາພາຍໃນເຂດ. ພາຍຫຼັງໂຄງການດັ່ງກ່າວໄດ້ສ້າງສຳເລັດໃນ ໄລຍະທີ 1 ຈະສາມາດສະໜອງນ້ຳໄດ້ 40.000 ແມັດກ້ອນຕໍ່ມື້ ແລະ ສາມາດສະໜອງນ້ຳໃຫ້ປະຊາຊົນໄດ້ 100.000 ຄົນ, ຄາດວ່າຈະສຳເລັດໃນທ້າຍປີ 2023 ນີ້; ໄລຍະທີ 2 ຈະໄດ້ຂະຫຍາຍຈາກໄລຍະທີ 1 ທີ່ມີກຳລັງການຜະລິດນ້ຳປະປາ 150.000 ແມັດກ້ອນ ແລະ ສະໜອງໃຫ້ປະຊາຊົນໄດ້ 300.000 ຄົນ.

default

ການຮັບປະກັນການໃຊ້ນ້ຳຂອງພໍ່ແມ່ປະຊາຊົນ ແມ່ນບັນຫາສຳຄັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນພາຍໃນເຂດ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ກຸ່ມບໍລິສັດດອກງິ້ວຄໍາແມ່ນອີງໃສ່ຄວາມຕ້ອງການຂອງປະຊາຊົນ, ພັດທະນາສັງຄົມ, ສ້າງພື້ນຖານໂຄງລ່າງຢ່າງຮອບດ້ານ ແລະ ວາງພື້ນຖານອັນຫນັກແຫນ້ນກ່ຽວກັບການພັດທະນາ.

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...