spot_img
Homeຂ່າວພາຍ​ໃນໂກຕ້າລັດຖະກອນ 2019 ລັດຖະກອນບໍລິຫານ ແລະ ລັດຖະກອນຄູໄດ້ໂຄຕ້າຫຼາຍທີ່ສຸດ

ໂກຕ້າລັດຖະກອນ 2019 ລັດຖະກອນບໍລິຫານ ແລະ ລັດຖະກອນຄູໄດ້ໂຄຕ້າຫຼາຍທີ່ສຸດ

Published on

ເມື່ອວັນທີ 21 ມັງກອນ 2019 ນາຍົກລັດຖະມົນຕີອອກຂໍ້ຕົກລົງສະບັບເລກທີ 05/ນຍ, ວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່ 2019 ໃຫ້ບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ຈໍານວນ 1.500 ຄົນ ເຊິ່ງລາຍລະອຽດມີດັ່ງນີ້:

ມອບໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ຈຳນວນ 1.349 ຄົນ ໃນນີ້, ໄດ້ຫຼາຍກວ່າໝູ່ແມ່ນ ກະຊວງສຶກສາທິການ ແລະ ກິລາ (ລັດຖະກອນບໍລິຫານ ແລະ ລັດຖະກອນຄູ) ຈຳນວນ 936 ຄົນ; ຮອງລົງມາແມ່ນກະຊວງ ສາທາລະນະສຸກ (ລັດຖະກອນບໍລິຫານ ແລະ ລັດຖະກອນແພດ) ຈຳນວນ 220 ຄົນ; ກະຊວງກະສິກຳ ແລະ ປ່າໄມ້ ຈຳນວນ 33 ຄົນ; ກະຊວງການເງິນ 25 ຄົນ; ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງຊັບພະຍາກອນ ແລະ ທຳມະຊາດ ຈຳນວນ 17 ຄົນ ຕາມລຳດັບ.
ສະພາແຫ່ງຊາດ, ຫ້ອງວ່າການປະທານປະເທດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ ຈຳນວນ 30 ຄົນ ໃນນີ້, ຫຼາຍກວ່າໝູ່ແມ່ນ ສະພາແຫ່ງຊາດ 10 ຄົນ.

ອົງການຈັດຕັ້ງພັກ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຈຳນວນ 22 ຄົນ ໃນນີ້, ຫຼາຍກວ່າໝູ່ແມ່ນ ຫ້ອງວ່າການສູນກາງພັັກ ຈຳນວນ 5 ຄົນ. ສ່ວນສະຖາບັນ, ພິພິຕະພັນ, ສະຫະພັນ ແລະ ອົງການຈຳນວນ 10 ຄົນ ເຊິ່ງໄດ້ຮັບ 2 ຄົນຕໍ່ໜຶ່ງອົງການ.  ສຳລັບບັນດາແຂວງ, ນະຄອນຫຼວງວຽງຈັນ ແລະ ເມືອງ ຈຳນວນ 89 ຄົນ ໃນນີ້, ຫຼາຍກວ່າໝູ່ແມ່ນແຂວງ ໄຊສົມບູນ ຈຳນວນ 12 ຄົນ.

ສະເພາະທະນາຄານ ແຫ່ງ ສປປ ລາວ ແມ່ນໃຫ້ກຳນົດ ຈຳນວນຕົວເລກລັດຖະກອນໃໝ່ຂອງຕົນ ຕ່າງຫາກໃຫ້ເໝາະສົມ ແລະ ຕາມຄວາມສາມາດໃນການສະໜອງງົບປະມານ ເຊິ່ງບໍ່ນອນໃນຈຳນວນ 1.500 ຄົນ. ແຕ່ມອບໃຫ້ທະນາຄານແຫ່ງ ສປປ ລາວ ນໍາສະເໜີໂກຕ້າລັດຖະກອນຂອງຕົນຫາກະຊວງພາຍໃນເພື່ອຊາບ ແລະ ຕິດຕາມ.

ໃນແຈ້ງການໄດ້ເນັ້ນໜັກວ່າ: ການບັນຈຸລັດຖະກອນໃໝ່ ຕ້ອງບົນພື້ນຖານຫຼັກການຄວາມສະເໝີພາບ, ເປີດເຜີຍ, ພາວະວິໄສ ແລະ ເປັນທຳ. ຜູ້ທີ່ຖືກບັນຈຸເຂົ້າເປັນລັດຖະກອນ ຕ້ອງຜ່ານລະບົບການສອບເສັງເຂົ້າເປັນລັດຖະກອນແຫ່ງ ສປປ ລາວ ບົນພື້ນຖານຕໍາແໜ່ງງານ ແລະ ວິຊາສະເພາະທີ່ຕ້ອງການ ໃນກົງຈັກການຈັດຕັ້ງ ແລະ ໃຫ້ບັນຈຸເຂົ້າໃສ່ຂັ້ນເມືອງ, ຂັ້ນແຂວງ ເປັນຕົ້ນຕໍ ແລະ ຫ້າມເອົາພະນັກງານອາສະໝັກເຂົ້າເປັນ ລັດຖະກອນ ໂດຍບໍ່ຜ່ານການສອບເສັງ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ:​ laoedaily

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...