spot_img
Homeຂ່າວການພັດທະນາແຮງງານເຄື່ອນຍ້າຍລາວ ຈະໄດ້ຮັບການຄຸ້ມຄອງຢ່າງຖືກຕ້ອງໃນຍຸກເຊື່ອມໂຍງ

ແຮງງານເຄື່ອນຍ້າຍລາວ ຈະໄດ້ຮັບການຄຸ້ມຄອງຢ່າງຖືກຕ້ອງໃນຍຸກເຊື່ອມໂຍງ

Published on

ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ (ຮສສ) ຮ່ວມກັບຫລາຍ ບໍລິສັດຈັດຫາງານ ໃນຂອບເຂດ ທົ່ວປະເທດ ໄດ້ເປີດກອງ ປະຊຸມປຶກສາຫາລື ທ້າຍອາທິດຜ່ານມາ ເພື່ອຄຸ້ມຄອງ ແຮງງານ ເຄື່ອນຍ້າຍ ໃຫ້ຖືກຕ້ອງ ຕາມກົດໝາຍ ພ້ອມທັງເປັນ ການຫລີກລ່ຽງ ການຄ້າມະນຸດ ໃນຍຸກແຫ່ງ ການເຊື່ອມໂຍງ ຫລື ຍຸກເອອີຊີ.

ທ່ານ ໄທ ແສງອາລຸນ ຮອງຫົວໜ້າ ກົມພັດທະນາ ສີມືແຮງງານ ແລະ ຈັດຫາງານ ທັງເປັນປະທານ ກອງປະຊຸມເຄືອຂ່າຍ ປະຕິບັດງານ ແຮງງານເຄື່ອນຍ້າຍ ໄດ້ກ່າວວ່າ: ປັດຈຸບັນສະພາບ ການເຄື່ອນຍ້າຍ ແຮງງານ ນັບມື້ນັບເພີ່ມຂຶ້ນ ທົ່ວພາກພື້ນ ແລະ ສາກົນ ເນື່ອງມາ ຈາກວິກິດ ການທາງ ດ້ານເສດຖະກິດ, ຄວາມອຶດຫິວ, ຄວາມທຸກຍາກ, ໄພພິບັດ ທາງທຳມະຊາດ ແລະ ອື່ນໆ ດັ່ງນັ້ນ, ຮຮສ ໃນນາມເປັນ ເສນາທິການ ໃຫ້ກັບລັດຖະບານ ໃນການເຄື່ອນໄຫວ ດ້ານການຄຸ້ມຄອງ ແລະ ປົກປ້ອງສິດ ຂອງແຮງງານ ເຄື່ອນຍ້າຍ ຈຶ່ງໄດ້ພະຍາ ຍາມເຮັດ ພາລະບົດບາດ ໃນການຄຸ້ມຄອງ ມະຫາພາກ ດ້ວຍການສ້າງນິຕິກຳ ເຊັ່ນ: ກົດໝາຍ, ດຳລັດ, ລະບຽບການ ແລະ ຄຳສັ່ງຕ່າງໆ ທີ່ພົວພັນກັບ ພາລະບົດບາດ ຂອງຕົນເອງ ເຊິ່ງມາຮອດ ປັດຈຸບັນ ພວກເຮົາ ໄດ້ປັບປຸງສຳເລັດ ກົດໝາຍວ່າດ້ວຍ ແຮງງານ ທີ່ໄດ້ຮັບ ການເພີ່ມເຕີມ ພ້ອມທັງ ສ້າງກອງທຶນ ສຳລັບແຮງງານ ເຄື່ອນຍ້າຍ ພ້ອມກັນນັ້ນ, ຍັງໄດ້ຮ່ວມມື ກັບບັນດາອົງການ ຈັດຕັ້ງສາກົນ ແລະ ບັນດາຂະແໜງ ການກ່ຽວຂ້ອງ ເພື່ອຈັດຕັ້ງ ປະຕິບັດ ໂຄງການ ເຄື່ອນຍ້າຍ ແຮງງານ ແບບປອດໄພ.

ນອກຈາກນັ້ນ, ຍັງໄດ້ມີຫລາຍໆ ໂຄງການທີ່ ໃຫ້ຄວາມຊ່ວຍເຫລືອ ບັນດາແຮງງານ ເຄື່ອນຍ້າຍ ໂດຍສະເພາະ ໂຄງການຮ່ວມມື ສາມຝ່າຍ ເພື່ອສ້າງຄວາມ ເຂັ້ມແຂງ.ໃຫ້​ແກ່ແຮງງານ ເຄື່ອນຍ້າຍ ເຊິ່ງໂຄງການ ດັ່ງກ່າວ ມີຈຸດປະສົງ ສ້າງ​ຄວາມເຂັ້ມ​ແຂງ ​ໃຫ້​ແຮງ​ງານ​ເຄື່ອນ​ຍ້າຍ ແລະ ສາ​ມາດ ​ປະ​ກອບ​ສ່ວນ​ ພັດ​ທະ​ນາ​ ເສດ​ຖະ​ກິດ- ສັງ​ຄົມ ຂອງ​ອາ​ຊຽນ​ ຢ່າງ​ເຕັມ​ສ່ວນ, ມີຄວາມສະເໝີ ພາບຮອບດ້ານ ແລະ ມີຄວາມໝັ້ນຄົງ ໃນພາກພື້ນ ອາຊຽນ ​ເຊິ່ງມີຄວາມ ສຳຄັນ ທີ່ສຸດສຳລັບ ສປປ ລາວ ເພາະວ່າ ແຮງງານ ເຄື່ອນຍ້າຍ ດັ່ງກ່າວຈະໄດ້ຮັບ ການຄຸ້ມຄອງ ແລະ ໄດ້ຮັບ ນະໂຍບາຍ ຕ່າງໆ ເພື່ອປະກອບ ສ່ວນເຂົ້າ ໃນວຽກງານ ພັດທະນາ ເສດຖະກິດ ແລະ ສັງຄົມ.

ແຫລ່ງຂ່າວ: kpl.gov.la

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...