spot_img
Homeຂ່າວການພັດທະນາແຮງງານລາວດີໃຈ ໄດ້ຮັບຄ່າຕອບແທນ ແລະ ສະຫວັດດີການດີ!

ແຮງງານລາວດີໃຈ ໄດ້ຮັບຄ່າຕອບແທນ ແລະ ສະຫວັດດີການດີ!

Published on

ປັດຈຸບັນກໍາມະກອນລາວ ໄດ້ຮັບການເບິ່ງແຍງດ້ານສະຫວັດດີ ການດີຂຶ້ນກວ່າເກົ່າ, ການຍົກລະດັບຄວາມຮູ້, ຄວາມສາມາດເພື່ອໃຫ້ກາຍເປັນແຮງງານ ທີ່ມີຄວາມຊໍານິຊໍານານ ໄດ້ເກີດມີຢູ່ທົ່ວສໍານັກງານ, ບໍລິສັດ, ໂຮງຈັກ, ໂຮງງານຕ່າງໆ.

ທ້າວ ອ້ອຍ ຄຳພູມີ ອາຍຸ 31 ປີ ພະນັກງານສ້ອມແປງລົດ ຢູ່ສູນຈຳໜ່າຍບໍລິສັດ ນິວຈິບເຊັງ ສາຂາ ບ້ານເກົ້າຍອດ ໄດ້ໃຫ້ສຳພາດກັບນັກຂ່າວ ໜັງສືພິມປະເທດລາວວ່າ: ຂ້າພະເຈົ້າ ໄດ້ເຮັດວຽກ ຢູ່ບໍລິສັດ ນິວຈິບເຊັງນີ້ມາເປັນເວລາ 9 ປີແລ້ວ ເຊິ່ງເງິນເດືອນເລີ່ມຕົ້ນ ສີແສນຫ້າສິບກີບ ແຕ່ມາຮອດປັດຈຸບັນ ໄດ້ເງິນເດືອນສອງລ້ານປາຍ ເພາະວ່າບໍລິສັດ ໄດ້ເພີ່ມເງິນ ເດືອນໃຫ້ແຕ່ລະປີ ພ້ອມທັງລ້ຽງເຂົ້າສວາຍອີກ. ແຕ່ລະປີທາງບໍລິສັດ ຍັງສົ່ງພະນັກງານ ໄປຍົກລະດັບ ໃນກໍລະນີມີລົດລຸ້ນໃໝ່ເຂົ້າມາ, ສ່ວນດ້ານສະຫວັດດີການ ທາງບໍລິສັດມອບໃຫ້ ປະກັນສັງຄົມ ເປັນຜູ້ເບິ່ງແຍງ ເຊິ່ງໃນແຕ່ລະເດືອນ ແມ່ນຈະຫັກເງິນ ເດືອນຈາກຈຳນວນ ເງິນການເຮັດວຽກ ແລະ ເວລາທີ່ໄປໃຊ້ ບັດປະກັນສັງຄົມກໍຍັງຊັກຊ້າ, ຢາກໃຫ້ພາກສ່ວນ ກ່ຽວຂ້ອງປັບປຸງຄືນ ຂອດບໍລິການຕື່ມ ໃນວັນກຳມະກອນນີ້ຕົນເອງ ມີຄວາມຮູ້ສຶກດີໃຈ ເພາະວ່າປີນີ້ວັນທີ 1 ແມ່ນຖືກວັນອາທິດ ທາງພັກລັດ ຈຶ່ງພັກທົດແທນ ເປັນວັນຈັນດັ່ງນັ້ນ, ຈຶ່ງພັກໄດ້ 2 ມື້ ເພາະການເຮັດວຽກ ໂດຍປົກກະຕິແລ້ວ ເຂົ້າວຽກແຕ່ວັນຈັນວັນເສົາ. ສະນັ້ນ, ຕົນເອງຈຶ່ງຮູ້ ສຶກດີໃຈຫລາຍອີກຢ່າງກໍ ເພື່ອໄປຊ່ວຍວຽກຄອບຄົວ.

ທ້າວ ເພັດນະຄອນ ສີຫາລາດ ອາຍຸ 29 ປີ ຊ່າງສ້ອມແປງເຄື່ອງເຢັນ ນະຄອນຫລວງວຽງຈັນ ຢູ່ບ້ານພະໂພ  ເມືອງ ສີສັດຕະນາກ  ນະຄອນຫລວງວຽງຈັນ ໄດ້ເວົ້າວ່າ: ຕົນເອງໄດ້ ເຮັດວຽກ ໃນການເປັນນາຍຊ່າງ ມາເປັນເວລາ 5 ປີ ແລ້ວ ເຊິ່ງເງິນເດືອນເລີ່ມຕົ້ນ ແປດແສນປາຍ, ແຕ່ມາຮອດປັດຈຸບັນເງິນ ເດືອນເພີ່ມຂຶ້ນໜຶ່ງລ້ານສາມແສນກີບ ເຊິ່ງວັນເວລາເຂົ້າ ວຽກມື້ໜຶ່ງ ເຮັດແປດຊົ່ວໂມງ ວັນຈັນ ວັນເສົາ  ວັນກຳມະກອນ ທີ່ຜ່ານໄປໃນວັນທິດແລ້ວ ຕົນຮູ້ສຶກດີໃຈຫລາຍທີ່ພັກລັດ ເພິ່ນເຫັນຄວາມສຳຄັນ ຂອງວັນກຳມະກອນ ເຖິງແມ່ນ ວ່າຈະຖືກມື້ວັນທິດ ກໍຕາມແຕ່ເພິ່ນກໍຍັງ ມີການພັກຊົດເຊີຍໃຫ້ ກັບຊາວຜູ້ອອກແຮງງານ.

ທ້າວ ຮື່ວາງ ອາຍຸ 27 ປີ ພະນັກງານຮັກສາຄວາມປອດໄພ ຢູ່ໂຮງແຮມລາວພລາຊາ ໄດ້ໃຫ້ສຳພາດວ່າ: ຂ້າພະເຈົ້າເຮັດວຽກຢູ່ກັບ ບໍລິສັດປ້ອງກັນ ຄວາມປອດໄພ ນະຄອນຫລວງ ວຽງຈັນ ນີ້ເປັນເວລາ ຫລາຍເດືອນແລ້ວ ປັດຈຸບັນຕົນເອງໄດ້ເງິນເດືອນ ປະມານສອງລ້ານປາຍ ແຕ່ເວລາເຈັບເປັນ ໃນເວລາປະຕິບັດໜ້າທີ່ ແມ່ນທາງບໍລິສັດ ຮັບຜິດຊອບໝົດ. ສຳລັບ ການເຮັດວຽກ ແມ່ນຂ້າພະເຈົ້າເລືອກເຮັດ ເຕັມ 24 ຊົ່ວໂມງເລີຍ. ວັນກຳມະກອນທີ່ຜ່ານມານີ້ ແມ່ນວ່າຕົນເອງ ບໍ່ໄດ້ພັກກໍຕາມ ແຕ່ກໍຮູ້ສຶກດີໃຈຫລາຍ ທີ່ເພິ່ນມີການພັກຊົດເຊີຍໃຫ້ ກັບຊາວຜູ້ອອກແຮງງານ. ອີກດ້ານໜຶ່ງລັດຖະບານ ກໍໄດ້ປະກາດ ເພີ່ມເງິນເດືອນຂັ້ນຕໍ່າ ໃຫ້ກັບກໍາມະກອນ ເຮັດໃຫ້ຜູ້ອອກແຮງງານ ມີຊີວິດການເປັນຢູ່ ທີ່ດີກວ່າເກົ່າ. ສະເພາະຊາວ ກໍາມະກອນ ແລ້ວຢາກໃຫ້ດຸໝັ່ນ, ອົດທົນ ແລະ ຊື່ສັດ ພ້ອມທັງຝຶກຝົນຕົນເອງເລື້ອຍໆ ເພື່ອໃຫ້ເກັ່ງຈຶ່ງໄດ້ ຄ່າຕອບແທນທີ່ສູງຂຶ້ນອີກ ແລະ ເປັນທີ່ໄວ້ເນື້ອເຊື່ອໃຈ ຂອງນາຍຈ້າງເພາະ ອາຊີບອອກແຮງງານ ບໍ່ວ່າດ້ານໃດກໍມີກຽດຄືກັນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...