spot_img
Home​ຂ່າວທ່ອງທ່ຽວແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງແຂວງສາລະວັນ ກຽມຄວາມພ້ອມຕ້ອນຮັບງານເທສະການປີໃໝ່ລາວ

ແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງແຂວງສາລະວັນ ກຽມຄວາມພ້ອມຕ້ອນຮັບງານເທສະການປີໃໝ່ລາວ

Published on

ແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງແຂວງສາລະວັນ ເປັນໜຶ່ງສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບຂອງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ, ໂດຍສະເພາະເນື່ອງໃນໂອກາດວັນສຳຄັນຕ່າງໆ ຫຼື ເທສະການບຸນປີໃໝ່ລາວທຸກໆປີ ແມ່ນມີນັກທ່ອງທ່ຽວຈຳນວນຫຼວງຫຼາຍ ມາທ່ຽວຫຼິ້ນນໍ້າ, ທ່ຽວຊົມ, ພັກຜ່ອນ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ.

ສຳລັບປີນີ້ແມ່ນໄດ້ມີການຫ້າງຫາກະກຽມແຕ່ຫົວທີ ຂອງຜູ້ປະກອບການໃນເຂດດັ່ງກ່າວ ຮ່ວມມືກັນຈັດສັນສະຖານທີ່ ເປັນຕົ້ນ: ຈັດສັນບ່ອນຫຼິ້ນນໍ້າ, ສ້າງຂົວຜາກະແຕະ ຍ່າງທ່ຽວຊົມນໍ້າຕົກຕາດໃນຂອບເຂດອ້ອມຮອບຕາດຮັງ, ຂົວໄມ້ໄຜ່ລຽນລໍາ, ທາງຍ່າງ, ບ່ອນຖ່າຍຮູບ, ຕູບນັ່ງຫຼີ້ນ, ຫ້ອງນໍາສາທາລະນະ, ບ່ອນຖິ້ມຂີ້ເຫຍື້ອສິ່ງເສດເຫຼືອຕ່າງງໆ ສະຖານທີ່ຈຳໜ່າຍສິນຄ້າ ແລະອື່ນໆ ເພື່ອຄວາມສະດວກສະບາຍ ຄວາມເປັນລະບຽບຮຽບຮ້ອຍ ແລະບໍ່ໃຫ້ມີຄວາມແອອັດ. ການປຶກສາຫາລືຄັ້ງນີ້ ກໍ່ຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນ, ຄຳສະເໜີຕ່າງໆ ເພື່ອກະກຽມຄວາມພ້ອມຫຼາຍດ້ານໃຫ້ເປັນລະບົບລະບຽບ ແລະສ້າງຄວາມພໍໃຈຕໍ່ຜູ້ມາທ່ຽວ, ຜູ້ປະກອບການ ແລະທຸກໆພາກສ່ວນ.

ກອງປະຊຸມ ສະຫຼຸບປະເມີນຄືນການປັບປຸງແຫຼ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ເພື່ອກະກຽມຄວາມພ້ອມຕ້ອນຮັບງານເທສະການງານປີໃໝ່ລາວ, ໄດ້ຈັດຂຶ້ນໃນວັນທີ 16 ມີນາ 2023 ທີ່ສູນຂໍ້ມູນທ່ອງທ່ຽວຕາດເລາະ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳໄພ ໄຊຍະເດດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີທ່ານ ສຸກັນ ສອນສຸລິຍະຈັກ ຫົວໜ້າຂະແໜງທ່ອງທ່ຽວ, ທ່ານ ສິດທິເດດ ຈັນທະບຸດດີ ອຳນວຍການໂຮງຮຽນວິຊາຊີບ ເຕັກນິກແບບປະສົມຂົວເສັດ, ອຳນາດການປົກຄອງບ້ານ ແສນວັງ, ບ້ານຫົວຂົວເສັດ ແລະ ຜູ້ປະກອບການດ້ານການທ່ອງທ່ຽວ, ເຈົ້າຂອງເຮືອນພັກ, ຮ້ານອາຫານ ແລະ ຜູ້ເຊົ່າແຫຼ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ເຂົ້າຮ່ວມ.

ແຫຼ່ງຂ່າວ Media Laos

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...