spot_img
Homeຂ່າວຕ່າງປະເທດແມ່ຕູ້ 77 ປີ ຂ້າລູກຊາຍຕົນເອງ ໄດ້ຮັບການປະກັນໂຕອອກມາຂ້ານ້ອງສາວຕໍ່

ແມ່ຕູ້ 77 ປີ ຂ້າລູກຊາຍຕົນເອງ ໄດ້ຮັບການປະກັນໂຕອອກມາຂ້ານ້ອງສາວຕໍ່

Published on

ສໍານັກຂ່າວ Japantoday ລາຍງານວ່າ ຕໍາຫຼວດຢູ່ທີ່ເມືອງ ຮາມຸລະ ໃນກຸງໂຕກຽວ ປະເທດຍີ່ປຸ່ນ ເປີດເຜີຍວ່າ ວັນທີ 21 ກັນຍາ 2021 ວ່າພວກເຂົາໄດ້ເຂົ້າຈັບກຸມ ນາງ ຄິຄຸໂຍະ ໂຄດາມະ ອາຍຸ 77 ປີ ຄົນໜຶ່ງ ທີ່ເປັນຜູ້ຕ້ອງສົງໄສກໍ່ເຫດຂ້າຕະກໍາ ນາງ ຄິມິໂກະ ໂກໂຕະ ຜູ້ເປັນນ້ອງສາວ ອາຍຸ 74 ປີ ທີ່ບ້ານຂອງພວກເຂົາເອງ, ໂດຍທີ່ແມ່ຕູ້ຜູ້ນີ້ ຫາກໍເຄີຍຖືກຈັບເມື່ອເດືອນເມສາທີ່ຜ່ານມາ ຍ້ອນເປັນຜູ້ຕ້ອງສົງໄສໃນການຂ້າຕະກໍາລູກຊາຍຂອງຕົນເອງທີ່ ອາຍຸ 47 ປີ ແຕ່ໄດ້ຮັບການປະກັນໂຕອອກມາ

ຕໍາຫຼວດເປີດເຜີຍ ນາງ ຄິຄຸໂຍະ ຖືກກ່າວຫາວ່າ ໄດ້ຮັດຄໍ ນາງ ຄິມິໂກະ ທີ່ບ້ານຂອງພວກເຂົາ ເວລາ 11:00 ວັນທີ 20 ກັນຍາ ທີ່ຜ່ານມາ, ໂດຍທີ່ ນາງ ຄິຄຸໂຍະ ໂທແຈ້ງຈໍາຫຼວດໃນເວລາປະມານ 13:00 ເມື່ອຕໍາຫຼວດໄປຮອດ ກໍພົບວ່າ ນາງ ຄິມິໂກະ ຢູ່ໃນສະພາບທີ່ນອນໝົດສະຕິ ຈຶ່ງຮີບນໍາສົ່ງໄປທີ່ໂຮງໝໍ ແຕ່ກໍເສຍຊີວິດໃນເວລາຕໍ່ມາ ຫຼັງຈາກທີ່ແພດບໍ່ສາມາດຊ່ວຍຍື້ຊີວິດໄວ້ໄດ້.

 

ທາງດ້ານ ນາງ ຄິຄຸໂຍະ ໄດ້ສາລະພາບກັບເຈົ້າໜ້າທີ່ວ່າ ເປັນຜູ້ກໍ່ເຫດຂ້າຕະກໍານ້ອງສາວຂອງຕົນເອງ ແຕ່ລາວອ້າງວ່າ ນ້ອງສາວເປັນຜູ້ຮ້ອງຂໍໃຫ້ລາວເປັນຜູ້ສັງຫານເອງ

ຢ່າງໃດກໍຕາມ, ເມື່ອເດືອນເມສາທີ່ຜ່ານມາ ທີ່ ນາງ ຄິຄຸໂຍະ ໄດ້ລົງມືຂ້າລູກຊາຍຂອງຕົນ ແລະ ໄດ້ອ້າງເຫດຜົນໃນລັກສະນະດຽວກັນວ່າ ລູກຊາຍຜູ້ກໍາລັງທຸກທໍລະມານກັບພະຍາດເບົາຫວານ ພະຍາຍາມຈົບຊີວິດຕົນເອງລົງແຕ່ບໍ່ສໍາເລັດ ລູກຊາຍຈຶ່ງຂໍໃຫ້ ນາງ ຄິຄຸໂຍະ ເປັນຜູ້ສັງຫານລາວແທນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...