spot_img
Homeຂ່າວຕ່າງປະເທດແມ່ຕູ້ຊາວຈີນ 81 ປີ ຍັງຟິດ! ໂປ້ມດິນໄດ້ 165 ຄັ້ງພາຍໃນ 20 ນາທີ!

ແມ່ຕູ້ຊາວຈີນ 81 ປີ ຍັງຟິດ! ໂປ້ມດິນໄດ້ 165 ຄັ້ງພາຍໃນ 20 ນາທີ!

Published on

 

ແມ່ຕູ້ຊາວຈີນອາຍຸ 81 ປີ ທ້າຜູ້ສື່ຂ່າວໂປ້ມດິນ 200 ຄັ້ງພາຍໃນ 20 ນາທີ ແຕ່ໃນທີ່ສຸດກໍເຮັດໄດ້ 165 ເທື່ອກໍໝົດແຮງ

ພ້ອມທ້າເທື່ອໜ້າຮຽກ ກິນເນັສ ບຸ໊ກ ບັກທຶກສະຖິຕິ.

 

ທີ່ເມືອງຝູໂຈວ ແຂວງຝູຈ້ຽນ ແມ່ຕູ້ ແຊ່ ຫລີ່ ອາຍຸ 81 ປີ ທີ່ອາໄສຢູ່ໃນ ບ້ານຈຽງໜານສຸ່ຍຕູໝິງຈູ້ ເຊິ່ງໄດ້ຮັບສາຍາວ່າ

ເປັນແມ່ຕູ້ນັກບາສ ເນື່ງອຈາກມັກຫລິ້ນກິລາບານບ້ວງ ໂດຍນອກຈາກຫລິ້ນບານບ້ວງແລ້ວ ແມ່ຕູ້ຍັງອອກກຳລັງ

ກາຍດ້ວຍການໂປ້ມດິນ ແລະ ລຸກນັ່ງຢ່າງເປັນປະຈຳໃນທຸກມື້.

 

ຫລັງຈາກເມື່ອໄລຍະຕົ້ນປີ 2014 ຜ່ານມານີ້ ຜູ້ສື່ຂ່າວໄດ້ມາລາຍງານຂ່າວ ກ່ຽວກັບແມ່ຕູ້ທີ່ມັກຫລິ້ນບ້ານບ້ວງ ທັງມີ

ອັດຕາການຊູ໊ດລູກບານລົງບ້ວງສູງເຖິງ 70% ແລະ ລ່າສຸດນີ້ ແມ່ຕູ້ກໍໄດ້ຮຽກຜູ້ສື່ຂ່າວໄປລາຍງານຂ່າວອີກ ໂດຍເທື່ອ

ນີ້ແມ່ຕູ້ໄດ້ທ້າທາຍດ້ວຍການໂປ້ມດິນ.

 

ເມື່ອວັນທີ 28 ກັນຍາ 2014 ທີ່ຜ່ານມາ ຜູ້ສື່ຂ່າວຊາວຈີນກໍໄດ້ເດີນທາງໄປຍັງບ້ານດັ່ງກ່າວ ເພື່ອພົບກັບແມ່ຕູ້ຫລີ່

ໂດຍແມ່ຕູ້ໄດ້ທ້າວ່າ ຈະໂປ້ມດິນຕິດຕໍ່ກັນໃຫ້ໄດ້ 200 ຄັ້ງພາຍໃນ 20 ນາທີ, ໂດຍຕອນທຳອິດມີເພື່ອນບ້ານສະແດງ

ຄວາມກັງວົນວ່າ ຫາກແມ່ຕູ້ອອກກຳລັງກາຍໜັກໜ່ວງເກີນໄປ ຈະເຮັດໃຫ້ບາດເຈັບໄດ້ ເພາະອາຍຸກໍລ່ວງເຂົ້າ 81

ປີແລ້ວ, ເຖິງຢ່າງໃດກໍຕາມ ແມ່ຕູ້ຫລີ່ກໍຍັງຢືນຢັນວ່າຈະເຮັດໃຫ້ໄດ້ ໂດຍໃນທີ່ສຸດໃນມື້ດັ່ງກ່າວ ແມ່ຕູ້ກໍສາມາດ

ໂປ້ມດິນໄດ້ 165 ຄັ້ງເທົ່ານັ້ນ ເຊິ່ງບໍ່ຮອດ 200 ຄັ້ງຕາມທີ່ໄດ້ຕັ້ງໃຈໄວ້ ເນື່ອງຈາກກ່ອນທີ່ນັກຂ່າວຈະມາ ແມ່ຕູ້ຊ້ຳ

ພັດໄປອົບອຸ່ນຮ່າງກາຍ ດ້ວຍການໂປ້ມດິນລ່ວງໜ້າໄປແລ້ວ 200 ຄັ້ງນັ້ນເອງ.

 

ຢ່າງໃດກໍຕາມ ຜູ້ສື່ຂ່າວໜັງສືພິມທ້ອງຖິ່ນໄຫ່ຕູເປົ້າ ກໍໄດ້ຢືນຢັນວ່າ ໃນຄັ້ງໜ້າຫາກແມ່ຕູ້ຈະທ້າທາຍແທ້ໆນັ້ນ

ທາງໜັງສືພິມຈະຊ່ວຍຮຽກ ກິນເນັສ ບຸ໊ກ ມາບັນທຶກສະຖິຕິໃຫ້ອີກດ້ວຍວ່າ ໃນອາຍຸ 81 ປີ ແມ່ຕູ້ກໍຍັງແຂງແຮງ

ຂະໜາດສາມາດໂປ້ມດິນໄດ້ເປັນຮ້ອຍຄັ້ງ.

 

557000011625702

557000011625704

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...